ພາຍຫຼັງໄລຍະເກືອບ 40 ປີທີ່ດຶງດູດ ແລະ ຄຸ້ມຄອງ FDI (1987 - 2025) ດ້ວຍຜົນສຳເລັດຫຼາຍຢ່າງທີ່ເປັນໜ້າຊົມເຊີຍ, ຮອດເວລາແລ້ວທີ່ ຫວຽດນາມ ຕ້ອງຫັນປ່ຽນຍຸດທະສາດ. ຕາມມະຕິເລກທີ 50 ຂອງລັດຖະບານໃນປີ 2019 ກ່ຽວກັບທິດທາງປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຈາກຕ່າງປະເທດ, FDI ຈະສືບຕໍ່ແມ່ນຊັບພະຍາກອນສຳຄັນໃຫ້ ຫວຽດນາມ ໃນໄລຍະພັດທະນາໃໝ່. ເຖິງຢ່າງໃດກໍຕາມ, ຈຸດສຸມບໍ່ພຽງແຕ່ແມ່ນການດຶງດູດ FDI ຕາມຈຳນວນເທົ່ານັ້ນ ຫາກແມ່ນການຄັດເລືອກບັນດາໂຄງການທີ່ມີຄຸນນະພາບ, ມີຄວາມສາມາດແຜ່ກະຈາຍໄປທົ່ວພື້ນຖານເສດຖະກິດ. ທ່ານ ຮວ່າງວັນເກື່ອງ, ກຳມະການກຳມາທິການ ການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ພວກເຮົາຫັນໄປສູ່ຍຸດທະສາດດຶງດູດ FDI ລຸ້ນໃໝ່, ນັ້ນແມ່ນບໍ່ພຽງແຕ່ແມ່ນການດຶງດູດທຶນເທົ່ານັ້ນ ຫາກຍັງດຶງດູດເຕັກໂນໂລຢີ, ຕ້ອງສ້າງການແຜ່ຂະຫຍາຍລະຫວ່າງວິສາຫະກິດ FDI ແລະ ວິສາຫະກິດ ພາຍໃນປະເທດອີກດ້ວຍ… ຈາກນັ້ນ ຍົກສູງລະດັບຂອງວິສາຫະກິດພາຍໃນປະເທດ, ຂອງຜູ້ອອກແຮງງານ, ນຳເສດຖະກິດປະເທດຊາດບຸກທະລຸເພື່ອພັດທະນາ.”
ເພື່ອປະຕິບັດຕາມການກຳນົດທິດນີ້, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສຸມເຂົ້າເນື້ອໃນຈຸດສຸມຈຳນວນໜຶ່ງຄື: ບຸກທະລຸລະບອບລະບຽບການເພື່ອສ້າງຄວາມເຊື່ອໝັ້ນຕໍ່ນະໂຍບາຍ, ດຶງດູດ FDI ທີ່ມີການຄັດເລືອກຕາມບັນດາຂະແໜງການຍຸດທະສາດ, ຍົກສູງພື້ນຖານໂຄງລ່າງຢ່າງຄົບຊຸດ, ພິເສດແມ່ນພະລັງງານ ແລະ ພື້ນຖານໂຄງລ່າງດີຈີຕອນ; ພັດທະນາຊັບພະຍາກອນມະນຸດເຕັກໂນໂລຢີສູງ; ຊຸກຍູ້ FDI ຕາມທິດສີຂຽວ ແລະ ຕິດພັນກັບນະວັດຕະກຳ. ກ່າວຄຳເຫັນທີ່ເວທີປາໄສຂົວເຊື່ອມຕໍ່ພັດທະນາ ຫວຽດນາມ 2026 ທີ່ໄດ້ດຳເນີນຫວ່າງແລ້ວນີ້, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ:
“ສຳລັບ ຫວຽດນາມ, ນີ້ທັງແມ່ນສິ່ງທ້າທາຍ, ທັງແມ່ນກາລະໂອກາດທີ່ໃຫຍ່ຫຼວງ ເພື່ອກຳນົດຄືນບົດບາດ ໃນລະບົບຕ່ອງໂສ້ມູນຄ່າພາກພື້ນ ແລະ ທົ່ວໂລກ. ຫວຽດນາມ ຈະຫັນປ່ຽນຮູບແບບການເຕີບໂຕຕາມທິດອີງໃສ່ວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ການພັດທະນາເສດຖະກິດເອກະຊົນຫຼາຍກວ່າອີກ”.
ໃນສະພາບການການແກ້ງແຍ້ງໃນການດຶງດູດ FDI ນັບມື້ນັບຂ້ຽວຂາດໃນຂອບເຂດທົ່ວໂລກ, ທ່າອ່ຽງຫັນປ່ຽນຈາກການລົງທຶນຕາມກຸ່ມບັນດາປະເທດທີ່ເປັນມິດ ຫຼືມີທີ່ຕັ້ງພູມີສາດໃກ້ຄຽງ (friend-shoring, near-shoring), ເຮັດໃຫ້ກະແສທຶນມີທ່າອ່ຽງລວມສູນກວ່າ ແລະ ມີການຄັດເລືອກກວ່າ. ພ້ອມກັນນັ້ນ, ກຳລັງກົດດັນຈາກການຫັນເປັນສີຂຽວ ແລະ ຄວາມຮຽກຮ້ອງຕ້ອງຮັບ, ເປັນເຈົ້າເຕັກໂນໂລຢີສູງ ກໍ່ນັບມື້ນັບຫຼາຍ, ຮຽກຮ້ອງໃຫ້ ຫວຽດນາມ ບໍ່ພຽງແຕ່ດຶງດູດທຶນໄດ້ເທົ່ານັ້ນ ຫາກຍັງຕ້ອງຍົກສູງຄວາມສາມາດຮັບເອົາອີກດ້ວຍ. ຕໍ່ໜ້າສະພາບຕົວຈິງນີ້, ຫວຽດນາມ ພວມສືບຕໍ່ຍົກສູງກຳລັງແກ້ງແຍ້ງສະພາບແວດລ້ອມແຫ່ງການລົງທຶນ, ເມື່ອ FDI ຍັງແມ່ນແຫຼ່ງທຶນສຳຄັນໃຫ້ແກ່ການເຕີບໂຕ, ກຳນົດແຈ້ງເປົ້າໝາຍຍຸດທະສາດ ແລະ ປ່ຽນແປງໃໝ່ວິທີການຄຸ້ມຄອງເພື່ອໝູນໃຊ້ແຫຼ່ງທຶນ ແລະ ບັນດາໂຄງການ FDI ຢ່າງມີປະສິດທິຜົນ ແລະ ຍາວນານ. ທ່ານນາງ ບຸຍທູຖູຍ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ທັດສະນະຂອງ ຫວຽດນາມ ຍັງຖື FDI ແມ່ນກຳລັງໜູນສຳຄັນ ແຕ່ບໍ່ສາມາດປ່ຽນແທນກຳລັງພາຍໃນໄດ້.
“ປັດຈຸບັນນີ້, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ແຫຼ່ງທຶນ FDI ເຂົ້າມາ ຫວຽດນາມ ນອກຈາກແຫຼ່ງທຶນແລ້ວກໍ່ຕ້ອງມີພູມປັນຍາ, ເຕັກໂນໂລຢີ, ການປ່ຽນແປງກ່ຽວກັບວິທີການຄຸ້ມຄອງ, ການປ່ຽນແປງມາດຕະຖານ… ໃນແຜນຮ່າງດຶງດູດ FDI ໃໝ່ເຊິ່ງພວກຂ້າພະເຈົ້າພວມສ້າງ, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ ຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ທຶນ FDI ເທົ່ານັ້ນ ຫາກ ຫວຽດນາມ ຍັງມີຖານະບົດບາດຢ່າງແນ່ນອນໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ຫວຽດນາມ ບໍ່ດຶງດູດ ທຶນ FDI ແບບທົ່ວໄປ ຫາກຢາກໄດ້ຮັບເອົາບັນດາໂຄງການ FDI ຕິດພັນກັບບັນດາປັດໄຈລະອຽດຄື: FDI ໃນຂົງເຂດເຕັກໂນໂລຢີ, ຍຸດທະສາດ… ບັນດາ FDI ບໍ່ພຽງແຕ່ແມ່ນບູລິມະສິດດ້ານພາສີເທົ່ານັ້ນ ຫາກຍັງປາດຖະໜາວ່າ FDI ຈະຄ່ອຍໆຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງໃຫ້ແກ່ວິສາຫະກິດພາຍໃນປະເທດເທື່ອລະກ້າວ”.
ເປົ້າໝາຍຂອງ ຫວຽດນາມ ຮອດປີ 2030, ຍົກສູງຄຸນນະພາບ FDI ແລະ ເພີ່ມອັດຕາສ່ວນຫັນເປັນພາຍໃນປະເທດ, ໄລຍະ 2035 – 2045 ມຸ່ງໄປເຖິງນຳ ຫວຽດນາມ ກາຍເປັນສູນເຕັກໂນໂລຢີໃນພາກພື້ນ, ດ້ວຍທຶນ FDI ຫັນໄປສູ່ການຄົ້ນຄ້ວາ ແລະ ພັດທະນາ (R&D) ແລະ ນະວັດຕະກຳ. ທ່ານຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍບັນດາມາດຕະການບຸກທະລຸຢ່າງຄົບຊຸດ.
“ສືບຕໍ່ຍູ້ແຮງການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ, ຫັນປ່ຽນຈາກຈິນຕະນາການຄຸ້ມຄອງໄປສູ່ຈິນຕະນາການຮັບໃຊ້ການພັດທະນາ. ລັດຖະບານຈະສືບຕໍ່ຫຼຸດຜ່ອນການປະຕິບັດລະບຽບການບໍລິຫານ, ເງື່ອນໄຂລົງທຶນການດຳເນີນທຸລະກິດໂດຍໄວ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດໄປຄຽງຄູ່ກັບການເພີ່ມທະວີການຕິດຕາມກວດກາ, ຊຸກຍູ້ການຫັນເປັນດີຈີຕອນຢ່າງຮອບດ້ານ ແລະ ປະຕິບັດກົນໄກປະຕູດຽວຢ່າງມີປະສິດທິຜົນ, ຍົກສູງລັກສະນະໂປ່ງໃສ, ເປັນປົກກະຕິ ແລະ ຄວາມສາມາດຄາດຄະເນຂອງນະໂຍບາຍ”.
ໃນສະພາບການ ຫວຽດນາມ ວາງເປົ້າໝາຍເຕີບໂຕບັນລຸລະດັບສອງຕົວເລກ, ການດຶງດູດກະແສທຶນ FDI ລຸ້ນໃໝ່ມີຄວາມໝາຍສຳຄັນພິເສດ, ເພີ່ມເຕີມຊັບພະຍາກອນພັດທະນາ. ດ້ວຍຫຼາຍມາດຕະການທີ່ວາງອອກ, ລັດຖະບານຫວັງວ່າ ໂຄງປະກອບກະແສທຶນ FDI ນັບມື້ນັບຫັນປ່ຽນຕາມທິດມີຄຸນນະພາບ, ດ້ວຍມາດຕະຖ່ວງເພີ່ມຢູ່ບັນດາຂົງເຂດເຕັກໂນໂລຢີສູງ, ອຸດສາຫະກຳສີຂຽວ, ພະລັງງານທົດແທນ, ສ້າງກຳລັງໜູນເພື່ອໃຫ້ເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕສອງຕົວເລກ ໃນປີນີ້ ແລະ ໃນຊຸມປີຕໍ່ໄປ.








