ຕອນ​ເຊົ້າ​ວັນ​ທີ 28 ພຶດ​ສະ​ພາ, ພິ​ທີ​ຕ້ອນ​ຮັບ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ພ້ອມ​ດ້ວ​ຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ຈັດ​ຂຶ້ນຢ​່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ໄທ, ທີ່​ນະ​ຄອນ​ຫຼວງ ບາງກອກ. ທ່ານ ອະ​ນຸ​ທິ​ນ ​ຊານ​ວິ​ຣະ​ກຸນ, ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ​ລາ​ຊະ​ອາ​ນາ​ຈັກ ໄທ ແລະ ພັນ​ລະ​ຍາ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ.

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

ການ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳ​ຄັນ​ຢ່າງ​ສູງ​ຂອງ ຫວຽດ​ນາມ ສຳ​ລັບ​ການ​ພົວ​ພັນ​ກັບ ໄທ ກໍ​ຄື​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.