ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 27 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ ບາງ​ກອກ (ໄທ), ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​​ຕ້ອນ​ຮັບທ່ານ Thapana Sirivadhanabhakdi ປະ​ທານ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ TCC ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ ThaiBev (ໄທ).

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ໂຕ​ເລິມ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ໃຫ້​ບຸ​ລິ​ມະ​ສິດ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ, ມີ​ເນື້ອ​ຫາລັກ​ສະ​ນະ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ສູງ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທັນ​ສະ​ໄໝ, ການ​ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ເປັນ​ຢ່າງ​ດີ; ພ້ອມ​ທັງ​ສະ​ເໜີ​ກຸ່ມ TCC ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ປະ​ກອບ​ສ່ວນເຂົ້າ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດ ກໍ່​ຄື​ບັນ​ດາ​ປະ​ເທດ ອາ​ຊຽນ ຢ່າງ​ຕັ້ງ​ໜ້າ.

ສ່ວນ​ທ່ານ​ປະ​ທານ​ຝ່າຍບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ TCC ປາດ​ຖະ​ໜາ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ ກຸ່ມ​ບໍ​ລິ​ສັດ​ຢູ່ ຫວຽດ​ນາມ​ແລະ ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກຸ່ມ​ບໍ​ລິ​ສັດ TCC ພວມ​ຄົ້ນ​ຄ້​ວາ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຈຳ​ນວນ​ໜຶ່ງຕື່ມ​ໃນ​ຂົງ​ເຂດ logistics, ຜະ​ລິດ​ຄືນ​ໃໝ່ ແລະ ບາງ​ຂົງ​ເຂດ​ອື່ນໆ.