ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ (ແຕ່ວັນທີ 27 – 29 ພຶດສະພາ), ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ນະຄອນຫຼວງ ບາງກອກ, ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ແລະ ທ່ານ ອະນຸທິນ ຊານວິຣະກຸນ, ນາຍົກລັດຖະມົນຕີ ໄທ ໄດ້ດຳເນີນການພົບປະສົນທະນາ.
ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມື, ເຊື່ອມຕໍ່ເສດຖະກິດຕາມທິດເພີ່ມເຕີມໃຫ້ແກ່ກັນ, ດ້ວຍບັນດາບາດກ້າວບຸກທະລຸໃໝ່ ແລະ ການພັດທະນາໃໝ່ດ້ານຄຸນນະພາບ; ສູ້ຊົນນຳວົງເງິນການຄ້າ 2 ສົ້ນແຕ່ລະດັບ 22 ຕື້ USD ໃນປະຈຸບັນຂຶ້ນເປັນ 25 ຕື້ USD.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍສ້າງຕັ້ງກຸ່ມປະຕິບັດງານລວມໂດຍໄວ ເພື່ອສ້າງແຜນການ, ຊຸກຍູ້ການຜັນຂະຫຍາຍຍຸດທະສາດ “3 ເຊື່ອມຕໍ່” ສຳຄັນ, ລວມມີ: ເຊື່ອມຕໍ່ລະບົບສະໜອງ, ເຊື່ອມຕໍ່ວິສາຫະກິດ, ທ້ອງຖິ່ນ ແລະ ເຊື່ອມຕໍ່ບັນດາຍຸດທະສາດພັດທະນາແບບຍືນຍົງ.
ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ທ່ອງທ່ຽວ ແລະ ທ້ອງຖິ່ນ. 2 ຝ່າຍຢືນຢັນຈະສືບຕໍ່ສົນທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ພາຍຫຼັງການພົບປະສົນທະນາ, ການນຳ 2 ທ່ານໄດ້ພົບປະກັບສື່ມວນຊົນເພື່ອແຈ້ງໝາກຜົນການພົບປະສົນທະນາ. ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ:
“2 ຝ່າຍເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນຕື່ມ, ຖືນີ້ແມ່ນພື້ນຖານການເມືອງສຳຄັນໃນການພົວພັນອັນຍາວນານ ແລະ ສະໜິດຕິດພັນລະຫວ່າງ 2 ປະເທດ. 2 ຝ່າຍກໍ່ຈະສືບຕໍ່ຍູ້ແຮງການພົບປະແລກປ່ຽນ, ການພົບປະຂັ້ນສູງທຸກຂັ້ນ, ທຸກຂະແໜງການໃນທຸກຊ່ອງທາງ. ຊຸກຍູ້ການເຈລະຈາ, ລົງນາມໃນບັນດາຂໍ້ຕົກລົງຮ່ວມມືດ້ານນິຕິກຳ 2 ຝ່າຍ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາບໍ່ໃຫ້ບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ, ມານະພະຍາຍາມນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 25 ຕື້ USD ໂດຍໄວ ຕາມທິດດຸ່ນດ່ຽງ ແລະ ຍືນຍົງ.”






