ບົດຂຽນມີຫົວຂໍ້ “ຫວຽດນາມ ມີບາດກ້າວເດີນສຳຄັນມຸ່ງໄປເຖິງການພັດທະນາວິສາຫະກິດແບບຍືນຍົງ ດ້ວຍໂຄງການແຫ່ງຊາດໃໝ່”, ອົງການແຮງງານສາກົນ (ILO) ຖືວ່າ ເລື່ອງລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນໂຄງການໜູນຊ່ວຍດຳເນີນທຸລະກິດແບບຍືນຍົງ ໄລຍະ 2026 – 2030 ເມື່ອວັນທີ 25 ພຶດສະພານັ້ນ ໄດ້ວາງອອກຂອບເຂດຢ່າງຮອບດ້ານ ແນໃສ່ຊຸກຍູ້ການພັດທະນາຂອງຂົງເຂດເອກະຊົນ ທີ່ມີປະສິດທິຜົນດ້ານເສດຖະກິດ, ຄວາມຮັບຜິດຊອບສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ເປົ້າໝາຍ Net Zero ໃນປີ 2050.
ເລື່ອງໃຫ້ສັດຕະຍາບັນໂຄງການແຫ່ງຊາດໃໝ່ ໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການນຳລັກສະນະຍືນຍົງ ກາຍເປັນຈຸດສຸມໃນໂຄງການພັດທະນາວິສາຫະກິດ ແລະ ແມ່ນບາດກ້າວເດີນທີ່ລະອຽດ ມຸ່ງໄປເຖິງວິໄສທັດຂອງ ILO ກ່ຽວກັບອະນາຄົດຂອງວຽກເຮັດງານທຳ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.







