ຜູ້ຟັງ Najimuddin, ຈາກ ປະເທດ ອິນເດຍ, ໄດ້ຂຽນວ່າ: “ຜ່ານບັນດາລາຍການຂອງVOV5, ຂ້າພະເຈົ້າໄດ້ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍຂຶ້ນອີກ. ຂ້າພະເຈົ້າ ມີຄວາມສົນໃຈເປັນພິເສດ ເຖິງບັນດາຂ່າວສານສາກົນ, ລາຍການສະຖານະການໃນປັດຈຸບັນ ກໍຄືບັນດາຂໍ້ມູນຂ່າວສານກ່ຽວກັບ ຫວຽດນາມ. VOV ແມ່ນແຫຼ່ງຂໍ້ມູນຂ່າວສານຕົ້ນຕໍທີ່ຊ່ວຍໃຫ້ຂ້າພະເຈົ້າຊອກຮູ້ກ່ຽວກັບປະເທດ ຫວຽດນາມ ແລະ ໄດ້ກາຍເປັນບ່ອນທີ່ຂ້າພະເຈົ້າເຊື່ອໝັ້ນມາເປັນເວລາດົນນານ, ຍ້ອນວ່າ ບັນດາລາຍການ ຍາມໃດກໍສະໜອງບັນດາຂໍ້ມູນຂ່າວສານ ທີ່ຊັດເຈນ ແລະ ເປັນໜ້າເຊື່ອຖື”.
ຜູ້ຟັງ Juan Diez ໄດ້ສົ່ງຈົດໝາຍມາຈາກປະເທດ ແອັດສະປາຍ: “ເລື່ອງ ຫວຽດນາມ, ພື້ນຖານເສດຖະກິດທີ່ໂດດເດັ່ນຂອງ ອາຊຽນ (ASEAN) ເຊັນຂໍ້ຕົກລົງທີ່ສຳຄັນກັບ ນິວຊີແລນ ໄດ້ສະແດງໃຫ້ເຫັນຖານະບົດບາດ ແລະ ອິດທິພົນທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ, ອາຊຽນ ແລະ ນິວຊີແລນ ຢູ່ໃນພາກພື້ນ. ນີ້ຈະແມ່ນການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດຂອງ ອາຊີ ເວົ້າລວມ”.
ຈາກປະເທດ ແອັດສະປາຍ, ຜູ້ຟັງ José Ignacio Cos Lezama ຂຽນວ່າ: “ຂ້າພະເຈົ້າ ມີຄວາມສົນໃຈເປັນພິເສດເຖິງຂໍ້ມູນຂ່າວສານທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍແມ່ນຈຸດໝາຍປາຍທາງ ໂດຍນັກທ່ອງທ່ຽວພາຍໃນ ແລະ ສາກົນເລືອກໄປໃນບໍ່ວ່າໄລຍະເວລາໃດຂອງປີ. ຢູ່ທີ່ນີ້ ມີບັນດາຫາດຊາຍທີ່ສວຍງາມ, ລະບົບໂຮງແຮມ, ເຂດຣີສອດ ທີ່ອຸດົມສົມບູນພ້ອມກັບອາຫານການກິນທີ່ຫຼາກຫຼາຍ, ສາມາດສ້າງຄວາມເພິ່ງພໍໃຈໃຫ້ແກ່ແຂກທ່ອງທ່ຽວທຸກຄົນ.
ທ່ານ ສົມຊາຍ ຈັນທະວົງ, ຢູ່ແຂວງ ຫລວງພະບາງ (ສປປ ລາວ) ໄດ້ສົ່ງຈົດໝາຍຫາລາຍການ ໂດຍມີເນື້ອໃນວ່າ: "ສະບາຍດີບັນນາທິການລາຍການພາກພາສາລາວ - ວິທະຍຸກະຈາຍສຽງ ຫວຽດນາມ! ຂ້າພະເຈົ້າ ແລະ ຄອບຄົວ ກຳລັງມີແຜນຈະໄປທ່ຽວ ຮ່າໂນ້ຍ ໃນຕົ້ນເດືອນກັນຍານີ້. ຂ້າພະເຈົ້າຮູ້ວ່າ ວັນຊາດ ຫວຽດນາມ ທີ 2 ກັນຍາ ແມ່ນວັນບຸນໃຫຍ່ຂອງຫວຽດນາມ. ບໍ່ຮູ້ວ່າ ຢູ່ ຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ ປີ 2026 ນີ້ ຈະມີກິດຈະກຳວັດທະນະທຳ, ສິລະປະ ຫລິື ງານບຸນທີ່ເປັນເອກະລັກພິເສດໃດແດ່ທີ່ຈະຈັດຂຶ້ນເພື່ອໃຫ້ນັກທ່ອງທ່ຽວສາກົນຄືຢ່າງພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມ ແລະ ສຳຜັດຕົວຈິງ? ຫວັງຢ່າງຍິ່ງວ່າ ລາຍການຈະຊ່ວຍແນະນຳໃຫ້ຂໍ້ມູນ!"
ທ່ານ ສົມຊາຍ ຈັນທະວົງ ທີ່ຮັກແພງ! ຂອບໃຈຫຼາຍໆ ທີ່ທ່ານ ແລະ ຄອບຄົວໄດ້ສົ່ງຄຳຖາມມາຫາ ລາຍການພາກພາສາລາວ - ວິທະຍຸກະຈາຍສຽງ ຫວຽດນາມ. ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອທ່ານ ໄດ້ເລືອກເອົາ ຮ່າໂນ້ຍ ເປັນຈຸດໝາຍປາຍທາງ ໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ. ເນື່ອງໃນໂອກາດສະເຫຼີມສະຫລອງ ວັນຊາດ ທີ 2 ກັນຍາ 2026, ຢູ່ ນະຄອນຫຼວງ ຮ່າໂນ້ຍ ຈະມີຫຼາຍກິດຈະກຳວັດທະນະທຳ, ສິລະປະທີ່ອຸດົມສົມບູນ ດັ່ງນີ້:
ການປະດັດປະດາດ້ວຍດອກໄມ້ ແລະ ທຸງຢ່າງເຄັ່ງຂຶມຢູ່ ສຸສານໂຮ່ຈີມິນ: ໃນເຊົ້າວັນທີ 2 ກັນຍາ, ເພື່ອນສາມາດເຊື່ອມຕົວພ້ອມກັບຊາວ ຫວຽດນາມ ນັບແສນຄົນ ເພື່ອເຂົ້າສຸສານອາໄລຫາ ລຸງໂຮ່ ແລະ ເຂົ້າຮ່ວມພິທີເຄົາລົບທຸງລະດັບຊາດ ຢູ່ສະໜາມຫຼວງ ບາດິ່ງ ເຊິ່ງແມ່ນສະຖານທີ່ ປະທານໂຮ່ຈີມິນ ອ່ານສູນທອນພົດຖະແຫຼງເອກະລາດ ເມື່ອປີ 1945.
ລາຍການສິລະປະສິເສດ: ໃນຄ່ຳຄືນວັນທີ 1 ແລະ 2 ກັນຍາ, ຢູ່ເວທີໃຫຍ່ຄື ໂຮງລະຄອນໃຫຍ່ ຮ່າໂນ້ຍ, ສະໜາມຫຼວງ ດົງກິງ ເຫງ້ຍຖຸກ (ຖະໜົມຍ່າງຢູ່ໜອງ ຮວ່ານກຽມ) ແລະ ສະໜາມຫຼວງການປະຕິວັດເດືອນສິງຫາ ຈະດຳເນີນລາຍການປະສານສຽງດົນຕີ, ຄອນເສີດສິລະປະດົນຕີດ້ວຍຂອບຂະໜາດໃຫຍ່ ເຊິ່ງມີຫຼາຍລາຍການສະແດງດົນຕີພື້ນເມືອງປະສານກັບທັນສະໄໝ.
ເລາະທ່ຽວຊົມວັດທະນະທຳຖະໜົນຍ່າງ ຮວ່ານກຽມ: ໃນຕະຫຼອດໄລຍະວັນພັກບຸນ, ຢູ່ອ້ອມໜອງ ຮວ່ານກຽມ ແລະ ເຂດຄຸ້ມເມືອງເກົ່າ ຮ່າໂນ້ຍ ຈະມີບັນດາງານວາງສະແດງພາບຖ່າຍປະຫວັດສາດ, ການສະແດງສິລະປະພື້ນເມືອງ (ຂັບ ເສິມ, ຟ້ອນມັງກອນ, ປັ້ນຕໍ່ແຮ) ແລະ ບັນດາຮ້ານແນະນຳກ່ຽວກັບອາຫານການກິນທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ.
ຍິງບັ້ງໄຟດອກ: ໃນຄ່ຳຄືນວັນທີ 2 ກັນຍາ, ຮ່າໂນ້ຍ ຈະຈັດການຍິງບັ້ງໄຟດອກ ຢ່າງງົດງາມ ຢູ່ຕາມເຂດຕົວເມືອງຄື: ໜອງ ຮວ່ານກຽມ, ສວນສາທາລະນະ ຖົງເຍິດ ຫຼື ໜອງ ໄຕ ເພື່ອຂ່ຳນັບຮັບຕ້ອນວັນບຸນໃຫຍ່. ຂໍອວຍພອນໃຫ້ ທ່ານ ສົມຊາຍ ຈັນທະວົງ ພ້ອມດ້ວຍຄອບຄົວ ມາທ່ຽວຢູ່ ຮ່າໂນ້ຍ ຢ່າງມ່ວນຊື່ນ ແລະ ມີຫຼາຍໆຄວາມປະທັບໃຈ!"
"ທ່ານຜູ້ຟັງ ທີ່ເຄົາລົບ ແລະ ຮັກແພງ! ເລີ່ມຕົ້ນແຕ່ເດືອນ ກັນຍາ ນີ້ເປັນຕົ້ນໄປ, ລາຍການພາກພາສາລາວ - ວິທະຍຸກະຈາຍສຽງຫວຽດນາມ ຂໍສະເໜີລາຍການໃໝ່ ທີ່ມີຊື່ວ່າ: Podcast 'ໂອ້ລົມກັບເພື່ອນລາວ ແລະ ຂົວຕໍ່ ຫວຽດ - ລາວ'. ນີ້ຈະແມ່ນບ່ອນທີ່ພວກຂ້າພະເຈົ້າຮັບຟັງ, ຕອບຄຳຖາມ, ແບ່ງປັນເລື່ອງລາວອັນມີຊີວິດຊີວາກ່ຽວກັບວັດທະນະທຳ, ສິລະປະ, ພ້ອມກັບບັນດາສະຖານທີ່ທ່ອງທ່ຽວທີ່ງົດງາມຂອງ ຫວຽດນາມ ຕາມຄຳຮ້ອງຂໍ ແລະ ຄຳຖາມຂອງທ່ານຜູ້ຟັງ. ນອກຈາກການອອກອາກາດທາງວິທະຍຸແລ້ວ, ທ່ານຜູ້ຟັງ ຍັງສາມາດຕິດຕາມ ແລະ ຮັບຟັງ Podcast ຂອງພວກຂ້າພະເຈົ້າ ໄດ້ທຸກທີ່ທຸກເວລາ ຢູ່ໃນ ແອັບພລິເຄຊັ່ນ Spotify ແລະ ເວັບໄຊ vovworld.vn ຂອງ VOV5. ຂໍເຊີນທ່ານຜູ້ຟັງ ກົດ 'ຕິດຕາມ' (Follow) ຊ່ອງຂອງພວກຂ້າພະເຈົ້າຢູ່ Spotify ແລະ ເຂົ້າເບິ່ງໃນ vovworld.vn ເພື່ອບໍ່ໃຫ້ພາດເລື່ອງລາວທີ່ໜ້າສົນໃຈກ່ຽວກັບ ຫວຽດນາມ ເດີ!








