(VOVWORLD) - ຕອນບ່າຍວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ໊ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເປັນປະທານພິທີສົ່ງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ກັບຄືນເມືອປະເທດ.