(VOVWORLD) - ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.