(VOVWORLD) -ສິລະປະເວທີສະແດງຢູ່ເກຖືກວົງຄະນາຍາດເຜົ່າຂະແມ ພາກໃຕ້ເອີ້ນດ້ວຍຊື່ອື່ນວ່າ ເວທີສະແດງ ຢັ່ນເບົ່າ ເຊິ່ງແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວທ້ອງຖິ່ນ. ດ້ວຍການກຳເນີດ ແລະ ຂະຫຍາຍຕົວມາເປັນເວລາກວ່າ 100 ປີ, ປະເພດສິລະປະນີ້ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ພວມໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມ