ວັນ​ທີ 31 ພຶດ​ສະ​ພາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ໄດ້​ເກີດ​ເຫດ​ລະ​ເບີດ​​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ມຽນ​ມາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 46 ຄົນ ແລະ ຜູ້​ຮັບ​ບາດ​ເຈັບ​ກວ່າ 70 ຄົນ.ສະ​ຖານ​ທີ່​ເກີດ​ເຫດ​ລະ​ເບີດ​ແມ່ນ​ຕຶກ​ອາ​ຄານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບ່ອນ​ເກັບ​ຮັກ​ສາ ທາດ​ລະ​ເບີດ​ຈຳ​ນວນຫຼາຍ ເພື່ອ​ຂຸດ​ຄົ້ນ​ບໍ່​ຖ່ານ ຢູ່​ໝູ່​ບ້ານ Kaungtup, ເທດ​ສະ​ບານ Namkhan ທາງ​ທິດ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ມຽນ​ມາ. ຕອນ​ຄ່ຳ​ວັນ​ທີ 31 ພຶດ​ສະ​ພາ, ກຳ​ລັງ​ກູ້​ໄພ​ກູ້​ຊີບ​ໄດ້​ຄົ້ນ​ພົບ​ຊາກ​ສົບ 46 ສົບ. 74 ຄົນ​ຮັບ​ບາດ​ເຈັບ ໄດ້​ນຳ​ເຂົ້າ​ໂຮງ​ໝໍ. ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ​ມຽນ​ມາ ໃນ​ນັ້ນ​ມີ​ສຳ​ນັກ​ຂ່າວ​ສານ Shwe Phee Myay ໃຫ້​ຮູ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ແຕ່ 50 – 55 ຄົນ.