ກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ຕາເວັນອອກກາງ (ພາບ: baoquocte.vn) |
ຫວຽດນາມກໍ່ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຫວ່າງແລ້ວນີ້ຂອງ ອຳນາດການປົກຄອງປະແລັດສະຕິນ ກ່ຽວກັບການກຽມພ້ອມກັບຄືນສູ່ການເຈລະຈາກັບ ອິດສະລາແອັນ ບົນພື້ນຖານບັນດາມະຕິຂອງ ສປຊ ແລະ ກົດໝາຍສາກົນ. ກ່ຽວກັບສະພາບການຄວາມໝັ້ນຄົງ, ທ່ານ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບບັນດາເຫດໃຊ້ຄວາມຮຸນແຮງ ເຊິ່ງສືບຕໍ່ເກີດຂຶ້ນຢູ່ຫຼາຍບ່ອນ ແລະ ເລື່ອງ ອິດສະລາແອັນ ຜັນຂະຫຍາຍການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໃໝ່, ທຳລາຍເຮືອນຊານ ແລະ ຊັບສິນຂອງຊາວປາແລັດສະຕິນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈຳແດນ ດ້ວຍຈຳນວນນັບມື້ນັບຫຼາຍຂຶ້ນ, ທ່ານກໍ່ຢັ້ງຢືນວ່າ ການກະທຳນີ້ໄດ້ລະເມີດກົດໝາຍສາກົນ ແລະ ເຮັດໃຫ້ແງ່ຫວັງໃນການປະຕິບັດມາດຕະການຂອງສອງປະເທດຫຼຸດໜ້ອຍຖອຍລົງ.





