ໃນ​ວັນ​ທີ 26 ກໍ​ລະ​ກົດ, ​ແຫຼ່ງ​ຂ່າວ​ຂັ້ນ​ສູງ ອີ​ຣານ ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ຈະ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ, ຖ້າ​ອາ​ເມ​ລິ​ກາ ບໍ່​ສືບ​ຕໍ່​ເກາະ​ຜິດ. ພ້ອມ​ກັນ​ນັ້ນ ອີ​ຣານ ​ຢັ້ງ​ຢືນ​ກຽມ​ພ້ອມ​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ຄືນ​ໃໝ່ ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ.

ຕາມ​ແຫຼ່ງ​ຂ່າວ​ຂັ້ນ​ສູງ​ຂອງ​ອີ​ຣານ​ແລ້ວ, ປະ​ເທດ​ນີ້​ຍັງ​ມີ​ສະ​ຕິ​ລະ​ວັງຕົວ​ສູງ ດ້ວຍ​ບັນ​ດາ​ຄວາມ​ຄິດ​ໄລ່​ຂອງ​ອາ​ເມ​ລິ​ກາ, ພ້ອມ​ທັງ​ຮັກ​ສາຫຼັກ​ໝັ້ນ​ກ​ຽມ​ພ້ອມ​ການ​ສູ້ຢັນ​ກັນແບບ “ຕາ​ຕໍ​່ຕາ ຟັນ​ຕໍ່​ຟັນ”, ຖ້າ​ຖືກ​ເກາະ​ຜິດ​ຄືນ​ໃໝ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຕ​ເຮ​ຣານ ຢັ້ງ​ຢືນ​ຈະ​ບໍ່​ບຸກ​ໂຈມ​ຕີ ຖ້າ​ວໍ​ຊິງ​ຕັນ ສື​ບ​ຕໍ່​ຮັກ​ສາ​ສະ​ພາບ​​ຄວາມ​ໝັ້ນ​ທ່ຽງ ແລະ ບໍ່​ບຸກ​ໂຈມ​ຕີ​ຄື​ໃນ​ປັດ​ຈຸ​ບັນ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບາງ​ແຫຼ່ງ​ຂ່າວ​ໃນ​ພາກ​ພື້ນ ໃຫ້​ຮູ້​ວ່າ ວົງ​ການ​ເຈົ້າ​ໜ້າ​ທີ່​ອີ​ຣານ ໄດ້​ປະ​ກາດ​ກັບ​ປະ​ເທດ​ເປັນ​ກາງ​ໄກ່​ເກ່ຍ​ ປາ​ກິດ​ສະ​ຖານ​ວ່າ ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ເພື່ອ​ສິ້ດ​ສຸດ​ສົງ​ຄາມ. ສະ​ຖານ​ທີ່​ໂອ້​ລົມ​ສົນ​ທະ​ນາ​ອາດ​ສາ​ມາດ​ແມ່ນ ສະ​ວິດ, ກາ​ຕາ ແລະ ປາ​ກິດ​ສະ​ຖານ. ກ່ຽວ​ກັບ​ວິ​ວັດ​ການ​ເຈ​ລະ​ຈາ, ອີ​ຣານ ຍັງ​ໃຫ້​ບຸ​ລິ​ມະ​ສິດ​ແກ້​ໄຂ​ຊ່ອງ​ແຄ​ບ​ທະ​ເລ Hormuz, ຖັດ​ຈາກ​ນັ້ນ ແມ່ນ​ການ​ປົດ​ປ່ອຍ​ຊັບ​ສິນ​ຖືກ​ອາ​ຍັດຂອງ ເຕ​ເຮ​ຣານ ແລະ ສຸດ​ທ້າຍ​ແມ່ນ​ໂຄງ​ການ​ນິວ​ເຄຼຍ.