ໂດຍກຳນົດການລົງທຶນສາທາລະນະແມ່ນໜຶ່ງບັນດາກຳລັງໜູນສຳຄັນຊຸກຍູ້ການເຕີບໂຕເສດຖະກິດ, ນັບແຕ່ຕົ້ນປີ 2026, ແຂວງໄທງວຽນ ໄດ້ປະຕິບັດຫຼາຍມາດຕະການຢ່າງຄົບຊຸດເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປະຕິບັດ ແລະ ປ່ອຍເງິນລົງທຶນສາທາລະນະ. ຍ້ອນແນວນັ້ນ, ຫຼາຍໂຄງການ, ກິດຈະກຳຈຸດສຸມ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນສ້າງໂຄງປະກອບພື້ນຖານໂຄງລ່າງໃຫ້ສົມບູນແບບ, ສ້າງກຳລັງຜັກດັນພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.
ປີ 2026, ຕາແສງ ຝູບິ່ງ ໄດ້ຮັບການຈັດສັນທຶນເພື່ອປະຕິບັດ 32 ໂຄງການ, ລວມມີ 8 ໂຄງການໄລຍະຂ້າມຜ່ານ ແລະ 24 ໂຄງການເລີ່ມລົງມືກໍ່ສ້າງໃໝ່, ດ້ວຍຍອດເງິນລົງທຶນກວ່າ 200 ຕື້ດົ່ງ (ເກືອບ 7,6 ລ້ານ USD). ທ່ານ ຫງວຽນວັນບານ, ເລຂາຄະນະພັກຕາແສງ ຝູບິ່ງ, ໃຫ້ຮູ້ວ່າ ເພື່ອຮັບປະກັນຄວາມຄືບໜ້າໃນການປ່ອຍເງິນລົງທຶນ, ທ້ອງຖິ່ນພວມສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດໃນວຽກງານບຸກເບີກໜ້າພຽງ, ພ້ອມທັງຍູ້ແຮງການໂຄສະນາ, ຂົນຂວາຍເພື່ອສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນໃນວິວັດການຜັນຂະຫຍາຍບັນດາໂຄງການ.
ແຕ່ລະອາທິດ, ຄະນະກຳມະການປະຊາຊົນຕາແສງ ລ້ວນແຕ່ລາຍງານຄວາມຄືບໜ້າໃນການປ່ອຍເງິນລົງທຶນຕິດພັນກັບຄຸນນະພາບຂອງບັນດາໂຄງການ. ພ້ອມກັນນັ້ນ, ທາງຕາແສງກໍ່ໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ເປັນຕົ້ນແມ່ນໃນວຽກງານບຸກເບີກໜ້າພຽງສຳລັບບັນດາໂຄງການຄົມມະນາຄົມ. ພວກຂ້າພະເຈົ້າກໍ່ສ້າງຕັ້ງບັນດາໜ່ວຍປະຕິບັດງານໂດຍພະນັກງານໃນຄະນະປະຈຳຄະນະພັກເປັນຫົວໜ້າໜ່ວຍເພື່ອໂຄສະນາ, ຂົນຂວາຍໂດຍກົງ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນໃນວິວັດແຫ່ງການຜັນຂະຫຍາຍການປະຕິບັດບັນດາໂຄງການ.
ໂດຍປະຕິບັດຕາມຄຳສັ່ງຂອງປະທານຄະນະກຳມະການປະຊາຊົນແຂວງ ໄທງວຽນ ກ່ຽວກັບການຍູ້ແຮງການປ່ອຍເງິນລົງທຶນສາທາລະນະປີ 2026, ບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ແລະ ເຈົ້າຂອງລົງທຶນໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດເພື່ອຍູ້ໄວຄວາມຄືບໜ້າບັນດາໂຄງການ, ກິດຈະກຳ. ຕາມທ່ານ ເຈິ່ນເລນິງ, ປະທານຄະນະກຳມະການປະຊາຊົນຕາແສງ ກວນຈູ ແລ້ວ, ທາງຕາແສງໃຫ້ບຸລິມະສິດແກ່ການປັບປຸງຂັ້ນຕອນກະກຽມລົງທຶນໃຫ້ສຳເລັດ, ຮັບປະກັນໃຫ້ບັນດາກິດຈະກຳມີເງື່ອນໄຂຜັນຂະຫຍາຍຢ່າງຄົບຖ້ວນ.
ທາງທ້ອງຖິ່ນສຸມໃສ່ຍູ້ແຮງຄວາມຄືບໜ້າໃນການປະຕິບັດຂັ້ນຕອນຕ່າງໆນັບແຕ່ການສຳຫຼວດ, ອອກແບບ, ປະເມີນຜົນຕະຫຼອດຮອດການປັບປຸງບັນດາລະບຽບການຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງ. ພ້ອມທັງເພີ່ມທະວີການຊຸກຍູ້ບັນດາຫົວໜ່ວຍດຳເນີນການກໍ່ສ້າງເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປະຕິບັດ ແລະ ການປ່ອຍເງິນລົງທຶນທີ່ໄດ້ຮັບການຈັດສັນ.
ສຳລັບບັນດາໂຄງການຈຸດສຸມ, ວຽກງານກະກຽມລົງທຶນ, ບຸກເບີກໜ້າພຽງ ແລະ ຈັດຕັ້ງປະຕິບັດການກໍ່ສ້າງນັ້ນ ບັນດາເຈົ້າຂອງລົງທຶນພວມສຸມໃສ່ປະຕິບັດເພື່ອຮັບປະກັນ ຜັນຂະຫຍາຍໃນທັນທີພາຍຫຼັງໄດ້ຮັບການຈັດສັນທຶນ, ຜ່ານນັ້ນ ປະກອບສ່ວນຍົກສູງອັດຕາການປ່ອຍເງິນລົງທຶນໃນຊຸມເດືອນທ້າຍປີ.
ໃນ 6 ເດືອນຕົ້ນປີ 2026, GRDP ຂອງ ໄທງວຽນ ເພີ່ມຂຶ້ນ 10,01%. ທາງແຂວງໄດ້ດຶງດູດທຶນ FDI ຕື່ມອີກປະມານ 8 ຕື້ USD, ຍົກຍອດຈຳນວນທຶນຈົດທະບຽນຂອງບັນດາໂຄງການ FDI ທີ່ຍັງມີຜົນສັກສິດຂຶ້ນກວ່າ 19 ຕື້ USD. ປີ 2026, ຍອດເງິນລົງທຶນສາທາລະນຈາກແຫຼ່ງງົບປະມານແຫ່ງລັດ ໂດຍທ້ອງຖິ່ນຄຸ້ມຄອງໃນບໍລິເວນແຂວງໄທງວຽນ ບັນລຸເກືອບ 9.756 ຕື້ດົ່ງ (ກ່ວາ 370 ລ້ານ USD).
ດ້ວຍການເຂົ້າຮ່ວມຂອງອຳນາດການປົກຄອງບັນດາທ້ອງຖິ່ນກໍ່ຄືຄວາມມານະພະຍາມຂອງບັນດານັກລົງທຶນ, ວິສາຫະກິດ, ຮອດວັນທີ 25 ມິຖຸນາ, ການປ່ອຍເງິນລົງທຶນຂອງ ແຂວງໄທງວຽນ ບັນລຸກວ່າ 33% ຂອງແຜນການທີ່ໄດ້ຮັບມອບໝາຍ. ທ່ານ ຫງວຽນແອັງຕວັນ, ຫົວໜ້າຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມ ແລະ ກະສິກຳທາງທິດເໜືອ ແຂວງໄທງວຽນ ຕີລາຄາວ່າ:
ອາດເວົ້າໄດ້ວ່າ ປີ 2026 ແມ່ນປີບານພັບຂອງທັງໄລຍະ 2026 – 2030. ເພາະສະນັ້ນ, ທາງແຂວງໄດ້ຊີ້ນຳບັນດາພະແນກ, ຂະແໜງການ, ໃນນັ້ນມີຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມ ແລະ ກະສິກຳ, ກະກຽມ ບັນດາເງື່ອນໄຂຜັນຂະຫຍາຍໂຄງການຢ່າງລະອຽດ, ພິເສດແມ່ນວຽກງານບຸກເບີກໜ້າພຽງ. ເມື່ອໄດ້ຮັບການຈັດສັນແຫຼ່ງທຶນ, ບັນດາໂຄງການສາມາດຜັນຂະຫຍາຍໃນທັນທີໄດ້, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ນຳເຂົ້າຂຸດຄົ້ນໂດຍໄວ ແລະ ຮັບປະກັນຄວາມຄືບໜ້າໃນການປ່ອຍເງິນລົງທຶນ.
ແຂວງໄທງວຽນ ຮຽກຮ້ອງບັນດາພະແນກ, ຂະແໜງການ, ທ້ອງຖິ່ນ ແລະ ນັກລົງທຶນສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳ; ລົງກວດກາສະຖານທີ່ຕົວຈິງເປັນປະຈຳ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການບຸກເບີກໜ້າພຽງ, ລະບຽບການລົງທຶນ ແລະ ວິວັດການກໍ່ສ້າງຢ່າງທັນການ. ຜ່ານນັ້ນ, ສູ້ຊົນປະຕິບັດສຳເລັດແຜນການປ່ອຍເງິນລົງທຶນສາທາລະນະປີ 2026, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຢູ່ທ້ອງຖິ່ນ.








