(VOVWORLD) - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດໃນບໍລິເວນແຂວງເຂດພາກກາງ ຫວຽດນາມ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄັງຮວ່າ.