(VOVWORLD) - ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1, ອາຍຸການ 2025 – 2030, ທ່ານ ເຈິ່ນກວາງເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ກຳນົດບັນດາຂົງເຂດບູລິມະສິດ, ບຸກທະລຸທີ່ຕ້ອງສຸມໃສ່ຊີ້ນຳ, ບໍລິຫານເພື່ອນຳປະເທດພັດທະນາສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່.