(VOVWORLD) - ຫວຽດນາມ ມີແຜນນະໂຍບາຍກາຍເປັນປະເທດເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ສະຫງົບ ແລະ ປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມືສາກົນກ່ຽວກັບທະເລ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.