(VOVWORLD) - ສະຫາຍ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 5-6 ກຸມພາ 2026 ຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ນີ້ແມ່ນເຫດການທາງການເມືອງ-ການທູດທີ່ສຳຄັນ ໃນຕົ້ນປີ 2026, ໃນສະພາບການທີ່ທັງສອງພັກຂອງສອງປະເທດໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ, ເຊິ່ງ ລາວ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ສຳເລັດຜົນໃນວັນທີ 6-8 ມັງກອນ 2026 ແລະ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນວັນທີ 19-23 ກຸມພາ 2026.