(VOVWORLD) -ບົດລະຄອນເພງ “ກາເຟເຂົ້າຈີ່” ແມ່ນຜະລິດຕະພັນສິລະປະກຳພິເສດມຸ່ງໄປສູ່ການສະເຫຼີມສະຫຼອງ 80 ປີ ແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ. ພ້ອມກັບການວາດພາບບັນຍາກາດທີ່ຟົດເດືອດຂອງໄລຍະປະຫວັດສາດທີ່ສະຫງ່າອົງອາດ ແລະ ເຊີດຊູຮູບພາບປະທານ ໂຮ່ຈີມິນ ນັ້ນ, ບົດລະຄອນເພງນີ້ຍັງເປັນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ພົວພັນຮ່ວມມືວັດທະນະທຳ ລະຫວ່າງ ຫວຽດນາມ ກັບ ສ ເກົາຫຼີ