logo

07/09/2025
ລາຍການ​ກະ​ຈາຍ​ສຽງພາກພາສາຕ່າງປະເທດ ນຳ​ສຽງ​ເວົ້າ ຫວຽດ​ນາມ​ ອອກ​ສູ່​ໂລກ

(VOVWORLD) - ວັນທີ 7 ກັນຍາ 1945, ພາຍຫຼັງ ປະທານ ໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດມາເປັນເວລາ 5 ວັນ, ວິທະຍຸກະຈາຍສຽງຫວຽດນາມໄດ້ອອກອາກາດບັນດາລາຍການພາກພາສາຕ່າງປະເທດທຳອິດດ້ວຍພາສາອັງກິດ, ພາສາ ຝລັ່ງແລະພາສາກວາງຕຸງ (ຈີນ). ຈາກ 3 ພາສາໃນເບື້ອງຕົ້ນ, ມາຮອດປັດຈຸບັນ, ລາຍການພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມໄດ້ມີທັງໝົດ 13 ລາຍການ. ບັນດາລາຍການຂ່າວ, ບົດຂຽນ, ຈັງຫວະຂອງຫວຽດນາມໄດ້ກາຍເປັນຂົວເຊື່ອມຕໍ່, ຜູກພັນທ່ານຜູ້ຟັງໃນທົ່ວໂລກກັບຫວຽດນາມ. ມື້ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນອອກອາກາດບັນດາລາຍການພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ, ຂໍເຊີນທ່ານຜູ້ຟັງຮັບຟັງເນື້ອໃນລາຍການພິເສດດ້ວຍຫົວຂໍ້ “ລາຍການກະຈາຍສຽງພາກພາສາຕ່າງປະເທດນຳສຽງເວົ້າຫວຽດນາມ ອອກສູ່ໂລກ”.




06/09/2025
“ສ້າງຕັ້ງໃນປີ 1945”: ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ - ກະ​ບອກ​ສຽງ​ຂອງ​ພໍ່​ແມ່​​ພີ່​ນ້ອງ​ບັນ​ດາ​ເຜົ່າ
(VOVWORLD) -  ວັນທີ 7 ກັນຍາ 1945, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດໝາຍແກ່ການສ້າງຊາຍຄາລວມຂອງບັນດາສຽງ, ຂອງຈັງຫວະໃນຊີວິດ, ສຽງເວົ້າຂອງພໍ່ແມ່ພີ່ນ້ອງວົງຄະນະຍາດໃນທົ່ວປະເທດ, ໃນນັ້ນ ມີພໍ່ແມ່ພີ່ນ້ອງບັນດາເຜົ່າ. ຫຼາຍປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກາຍເປັນຂົວຕໍ່ເພື່ອໃຫ້ພໍ່ແມ່ພີ່ນ້ອງຝາກຝັງຄວາມໃນໃຈ, ຄວາມຮູ້ສຶກຂອງຕົນ. ວິທະຍຸກະຈາຍສຽງ ຫວຽດນາມ - ກະບອກສຽງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຍາມໃດກໍຮ່ວມເດີນທາງພ້ອມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງປະເທດຊາດ.

02/09/2025
“ທຸງ​ແດງ​ດາວ​ຄຳ ແລະ ໄລ​ຍະ​ທາງ​ກ້າວ​ໄປ​ສູ່​ອະ​ນາ​ຄົດ”
(VOVWORLD) - ກ່ອນນີ້ 80 ປີ, ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ກ່າວບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເປີດສັງກາດໃໝ່ໃນປະຫວັດສາດຂອງຊາດ. ໃນເຫດການສຸດທີ່ສຳຄັນນັ້ນ, ທຸງແດງດາວຄຳໄດ້ຊັກຂຶ້ນສູ່ຍອດເສົາ, ປິວສະບັດໃຕ້ທ້ອງຟ້າສົດໃສ, ຄືດັ່ງຄຳຢັ້ງຢືນທີ່ວ່າ ນັບແຕ່ນີ້ເປັນຕົ້ນໄປ ຫວຽດນາມ ໄດ້ມີຊື່ໃນແຜນທີ່ໂລກຢ່າງເປັນທາງການ. ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ຄົບຮອບ 80 ປີ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025), ວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳລາຍການກະຈາຍສຽງພິເສດເຖິງທ່ານຜູ້ຟັງ ໂດຍມີຫົວຂໍ້ “ທຸງແດງດາວຄຳ ແລະ ໄລຍະທາງກ້າວໄປສູ່ອະນາຄົດ”.



30/08/2025
ກຳເນີດໃນ​ປີ 1945: ສຽງ​ເວົ້າ​ຕໍ່​ຕ້ານ​ສ້າງ​ຊາດ
(VOVWORLD) - ການປະຕິວັດເດືອນສິງຫາ 1945 ຍາດໄດ້ໄຊຊະນະ, ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ທີ່ໜຸ່ມແໜ້ນຫາກໍ່ໄດ້ຮັບການສະຖາປະນານັ້ນ ກໍຕ້ອງກ້າວເຂົ້າສູ່ການຕໍ່ຕ້ານຝລັ່ງ ຕະຫຼອດໄລຍະ 9 ປີ ແຕ່ປີ 1946  1954. ເວລານັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ກໍ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ເຖິງວ່າຍັງເປັນປະຖົມປະຖານ, ຂາດເຂີນຫຼາຍຢ່າງ, ແຕ່ບັນດາພະນັກງານ, ນັກຂ່າວ, ໂຄສົກ, ນັກເຕັກນິກ ກໍສຸດຈິດສຸດໃຈຮັກສາ ແລະ ປົກປ້ອງຄື້ນກະຈາຍສຽງ, ເພື່ອໃຫ້ສຽງເວົ້າຂອງພັກ ແລະ ປະທານ ໂຮ່ຈີມິນ, ຂອງການຕໍ່ຕ້ານໄດ້ຮັບການສົ່ງໄປທົ່ວ, ປັບປຸງນ້ຳໃຈຂອງທະຫານ ແລະ ປະຊາຊົນ, ຕັດສິນໃຈຍາດເອົາເອກະລາດ, ເສລີພາບມາໃຫ້ຊາດ ຫວຽດນາມ.




16/08/2025
“ປະ​ພາ​ຄານ” ອອກ​ຂ່າວກະຈາຍສຽງຢູ່ເທິງ​ຍອດ​​ພູ ເຟຍ ​ອັກ
(VOVWORLD) -  ສະຖານີສົ່ງສັນຍານຄື້ນ FM (ສະຖານີຖານ FM) ຂອງວິທະຍຸກະຈາຍສຽງ ຫວຽດນາມ ຢູ່ຍອດພູ ເຟຍ ອັກຕາແສງ ແທ່ງກົງແຂວງ ກາວບັ່ງຫາກໍ່ໄດ້ຮັບການເປີດສະຫຼອງນຳເຂົ້າໃຊ້ງານແມ່ນໜຶ່ງໃນສອງກິດຈະກຳຈຸດສຸມຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19/8/1945 - 19/8/2025), ວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນສະຖານີສົ່ງສັນຍານຄື້ນທີ່ສຳຄັນຮັບໃຊ້ການພັດທະນາເສດຖະກິດສັງຄົມເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອແມ່ນກິດຈະກຳທີ່ມີຄວາມໝາຍຍຸດທະສາດໃນການຮັບປະກັນການປົກຄຸມຄື້ນກະຈາຍສຽງບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຢ່າງແຮງລຽນຕິດ ແລະ ເປັນປົກກະຕິ.

VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ