ເມື່ອລະດູໃບໄມ້ຫຼົ່ນວຽນມາ, ຊາດ ຫວຽດນາມ ກໍ່ ຕ້ອນຮັບບຸນເຕັດເອກະລາດ (ວັນຊາດ) ດ້ວຍຄວາມເບີກບານມ່ວນຊື່ນ, ພ້ອມກັນຫວນຄືນໜ້າປະຫວັດສາດທີ່ສະຫງ່າອົງອາດ. ເພື່ອໃຫ້ບັນດາຂີດໝາຍປະຫວັດສາດນັ້ນຍືນຍົງຄົງຕົວກັບການເວລາ,ແມ່ນມີການປະກອບສ່ວນຢ່າງມິດງຽບຂອງບັນດາຜູ້ເກັບຮັກສາບັນດາວັດຖຸພັນເຈ້ຍກ່ຽວກັບການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ. ສຳລັບເຂົາເຈົ້າ, ນັ້ນບໍ່ພຽງແຕ່ແມ່ນເອກະສານເຈ້ຍ,ແມ່ນວັດຖຸພັນເທົ່ານັ້ນ, ຫາກຍັງແມ່ນ ຄວາມຊົງຈຳຂອງທັງຊາດເພື່ອໃຫ້ລຸ້ນຄົນໃນປັດຈຸບັນ ແລະ ອະນາຄົດສາມາດຄວາມເຂົ້າໃຈກ່ຽວກັບປະຫວັດສາດຫຼາຍກວ່າອີກ.
ໃນເຮືອນທີ່ມີເນື້ອທີ່ 170 ຕາແມັດຢູ່ເລກທີ 595 ຖະໜົນເຈື່ອງຈິງ, ຕາແສງນາມດິ້ງ, ແຂວງນິງບິ່ງ, ລຸງ ຫງວຽນຟີຢຸງ ໄດ້ໃຊ້ສະເພາະຫ້ອງໜຶ່ງເພື່ອເກັບຮັກສາບັນດາໜັງສືພິມເຈ້ຍທີ່ພິມຈຳໜ່າຍກ່ອນປີ 1954. ລຸງເຄີຍໄດ້ຮັບການຮັບຮູ້ຈາກອົງການສະຖະຕິ ຫວຽດນາມ (VietKings) ວ່າແມ່ນຜູ້ສະສົມໜັງສືພິມເຈ້ຍດ້ວຍຈຳນວນຫຼາຍທີ່ສຸດ, ປະຈຸບັນລຸງ ຢຸງ ພວມເກັບຮັກສາໜັງສືພິມເຈ້ຍປະເພດຕ່າງກວ່າ 400.000 ສະບັບ, ໃນນັ້ນມີກວ່າ 200 ສະບັບກ່ຽວກັບບຸນເຕັດເອກະລາດ. ໃນຈຳນວນນັ້ນ, ໜັງສືພິມ ດົກເລິບ (ເອກະລາດ) ສະບັບທີ 1 ພິມຈຳໜ່າຍໃນວັນທີ 4 ກັນຍາ 1945 ແລະ ສະບັບທີ 2 ອອກວັນທີ 7 ກັນຍາ 1945. ເຊິ່ງລຸງໄດ້ຕີລາຄາວ່ານັ້ນແມ່ນວັດຖຸພັນລ້ຳຄ່າທີ່ສຸດ. ລຸງ ຫງວຽນຟີຢຸງ ໃຫ້ຮູ້ວ່າ:
ໜັງສືພິມ ດົກເລິບ ສະບັບເລກທີ 1 ແລະ ເລກທີ 2 ລ້ວນແຕ່ລົງຂ່າວກ່ຽວກັບພິທີສະຖາປະນາປະເທດ ຫວຽດນາມ. ຜ່ານໜັງສືພິມ ພວກເຮົາຮູ້ໄດ້ວ່າ ພິທີດຳເນີນແຕ່ເວລາ 11 ໂມງ, ປະຊາຊົນຢູ່ທັງພາຍໃນແລະຊານນະຄອນປະມານ 500.000 ຄົນ ໄດ້ພາກັນເຂົ້າມາສະໜາມຫຼວງ ບາດິ່ງ . ໃນບັນຍາກາດນັ້ນ, ບົດໜັງສືພິມໄດ້ໝາຍເຫດຢ່າງຈະແຈ້ງວ່າເວລາ 2 ໂມງແລງເລີ່ມດຳເນີນພິທີຊັກທຸງຂຶ້ນເສົາ. ນີ້ແມ່ນສິ່ງທີ່ຫຼາຍຄົນໃນປັດຈຸບັນບາງເທື່ອບໍ່ໄດ້ຮູ້ຈັກ.
ໂດຍສະສົມ ແລະ ເກັບຮັກສາໜັງສືພິມກ່ຽວກັບບຸນເຕັດເອກະລາດ ທີ່ພິມອອກແຕ່ປີ 1945 ມາຮອດປັດຈຸບັນໄດ້ເກືອບທຸກສະບັບ, ສຳລັບລຸງ ຢຸງ, ໜັງສືພິມເຍິນເຢິນ (ປະຊາຊົນ) ສະບັບອອກໃນວັນທີ 2 ກັນຍາ 1975 ແມ່ນສະບັບພິມງາມທີ່ສຸດ ເຖິງວ່າເວລານັ້ນຍັງບໍ່ທັນມີເຕັກໂນໂລຢີພິມທີ່ທັນສະໄໝ.
ໜັງສືພິມສະບັບນັ້ນໄດ້ຈັດໜ້າດ້ວຍສີສັນສວຍງາມ. ມີຫຼາຍຮູບພາບກ່ຽວກັບພິທີແຫ່ຂະບວນ, ເດີນສວນສະໜາມໃນມື້ນັ້ນ ແມ່ນສະຫງ່າຜ່າເຜີຍທີ່ສຸດ ທັງສະແດງໃຫ້ເຫັນຄວາມພາກພູມໃຈຂ່ຳນັບຮັບຕ້ອນວັນເອກະລາດປະເທດຊາດຂອງໝົດທຸກຄົນ.
ນອກຈາກເກັບຮັກສາໜັງສືພິມຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງວັນບຸນເອກະລາດແລ້ວ, ນັກສະສົມ ຫງວຽນຟີຢຸງ ຍັງມີຊຸດສະແຕມ, ສະແຕມທີ່ຈຳໜ່າຍເນື່ອງໃນໂອກາດວັນຊາດ. ໃນນັ້ນ, ມີຊຸດສະແຕມພາບປະທານໂຮ່ຈີມິນ ດ້ວຍ 5 ສີທີ່ແຕກຕ່າງກັນໂດຍ ໄປສະນີຫວຽດນາມ ຈຳໜ່າຍໃນປີ 1946 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 1 ປີ. ນັກສະສົມ ຫງວຽນຟີຢຸງ ແບ່ງປັນວ່າ:
ຜ່ານສົງຄາມ ແລະ ສະພາບດິນຟ້າອາກາດ ເຮັດໃຫ້ໜັງສືພິມສະບັບຕ່າງໆຖືກເປ່ເພເສຍຫາຍໄປຫຼາຍ ເພາະສະນັ້ນ ມັນຍິ່ງລ້ຳຄ່າ. ແລະມາຮອດເວລານີ້, ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍ ແລະ ມີບຸນວາດສະໜາທີ່ໄດ້ກຳມະສິດໜັງສືພິມເຫຼົ່ານີ້. ໃນບັນດາເຫດການປະຫວັດສາດຂອງຊາດ ຖ້າພວກເຮົາຄົ້ນຫາຜ່ານສື່ມວນຊົນນັ້ນ, ພວກເຮົາສາມາດຈັກໄດ້ຫຼາຍສິ່ງ ເຊິ່ງປັດຈຸບັນ ມີຫຼາຍຄົນບາງເທື່ອບໍ່ຮູ້ຈັກເຖິງ. ນັ້ນແມ່ນບັນດາລາຍລະອຽດທີ່ມີລັກສະນະປະຕິວັດສູງທີ່ສຸດ.
ບໍ່ພຽງແຕ່ມີບັນດານັກສະສົມເອກະຊົນເທົ່ານັ້ນ, ຫາກຢູ່ຫໍພິພິທະພັນແຂວງນິງບິ່ງ ກໍ່ພວມເກັບຮັກສາວັດຖຸພັນເຈ້ຍກ່ຽວກັບບຸນເຕັດເອກະລາດ ກວ່າ 200 ຢ່າງ. ວຽກງານກວດຮຽບຮຽງຢູ່ທີ່ນີ້ບໍ່ພຽງແຕ່ແມ່ນການກວດນັບເທົ່ານັ້ນ ຫາກຍັງຕ້ອງປະຕິບັດຕາມຄວາມຮຽກຮ້ອງດ້ານເຕັກນິກຢ່າງເຄັ່ງຄັດ. ແຕ່ລະເທື່ອເມື່ອເອົາວັດຖຸພັນອອກ, ພະນັກງານຕ້ອງກະກຽມໜ້າໂຕະທີ່ຮາບພຽງ, ປູດ້ວຍແຜ່ນຢາງປຼາດ ຕິກອ່ອນ ແລະ ເຈ້ຍປອດອາຊິດເພື່ອຕ້ານເຊື້ອແບັດທີເຣຍ.
ໃນຫ້ອງເຕັກນິກບຸລະນະຮັກສາ, ວັດຖຸພັນເຈ້ຍໄດ້ຮັບການບຸລະນະຮັກສາຜ່ານຫຼາຍຂັ້ນຕອນ. ທ່ານ ຫງວຽນເໝິ້ນເທ້, ຫົວໜ້າກຸ່ມເຕັກນິກບຸລະນະຮັກສາວັດຖຸພັນ, ຫໍພິພິທະພັນແຂວງນິງບິ່ງແບ່ງປັນວ່າ:
ສຳລັບບັນດາວັດຖຸພັນທີ່ຂາດ, ພວກຂ້າພະເຈົ້ານຳໃຊ້ວິທີການຕິດເຈ້ຍເສີມໃຫ້ວັດຖຸພັນ. ສ່ວນອັນໃດທີ່ຕົວໜັງສືຈາງມົວ, ຕົວໜັງສືຂາດ, ລວດລາຍລຶບຫາຍ, ພວກຂ້າພະເຈົ້າຈະປະສານສົມທົບກັບບັນດານັກສິລະປະການ, ຈິດຕະກອນເພື່ອຟື້ນຟູບັນດາລວດລາຍທີ່ຖືກສູນຫາຍ. ດ້ວຍບັນດາວິທີດັ່ງກ່າວ, ຫໍພິພິທະພັນແຂວງນິງບິ່ງ ໄດ້ບຸລະນະຮັກສາ ຫຼາຍວັດຖຸພັນທີ່ກ່ຽວຂ້ອງເຖິງບຸນເຕັດເອກະລາດ ແລະ ປະທານໂຮ່ຈີມິນສຳເລັດ.
ບັນດາແຖວໜັງສື, ພາບຖ່າຍຂອງໜັງສືພິມເຈ້ຍ ເຖິງວ່າໄດ້ປ່ຽນສີໄປຕາມການເວລາແລ້ວກໍ່ຕາມ, ແຕ່ໄດ້ປະກອບສ່ວນເກັບຮັກສາຄວາມຊົງຈຳກ່ຽວກັບປະຫວັດສາດ, ເພື່ອໃຫ້ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຍາມໃດກໍ່ຄົງຕົວ, ມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈໃນຄວາມຊົງຈຳຂອງລຸ້ນຄົນໃນອະນາຄົດ.








