ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ, ໃນ​ຊຸມມື້ນີ້, ຮ່າ​ໂນ້ຍ ພວມ​ຈັດ​ຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ງານ​ວາງ​ສະ​ແດງ ແລະ ການ​ເຄື່ອນ​ໄຫ​ວ​ຮັບ​ໃຊ້​ມະ​ຫາ​ຊົນ. ບໍ່​ພຽງ​ແຕ່​ສ້າງ​ເປັນ​ບັນ​ຍາ​ກາດ​ຂອງ​ງານ​ບຸນ​ເທົ່າ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວນີ້​ຍັງ​ຊອກ​ຫາ​ວິ​ທີ​ເພື່ອ​ເລົ່າ​ເລື່ອງແບບ​ໃໝ່​ກ່ຽວ​ກັບ​ປະ​ຫວັດ​ສາດ​​ໃຫ້​ເຂົ້າ​ມາ​ໃກ້​ກັບ​ຊີ​ວິດ​​ໃນ​ປະ​ຈຸ​ບັນ, ເພື່ອບໍ່​ພຽງ​ແຕ່​​ໃຫ້​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຊ​ຸມ​ເດືອນ​ປີ​ທີ່ຍາດ​ເອົາ​ເອ​ກະ​ລາດໄດ້​ຫວນ​ຄືນ​ເທົ່າ​ນັ້ນ ຫາກ​ຍັງ​ສືບຕໍ່ກາຍ​ເປັນ​ເລ​ື່ອງ​ລາວ​ຂອງຄົນ​ລຸ້ນ​ຕ່າງໆ​ອີກ​ດ້ວຍ.

ໃນ​ຊຸມມື້​ທ​້າຍ​ເດືອນ ສິງ​ຫາ ນີ້, ຮ່າ​ໂນ​້ຍ​ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍທຸງ​ຊາດ, ດອກ​ໄມ້ດ້ວຍສີສັນທີ່ສວຍງາມໃນ​ບັນ​ຍາ​ກາ​ດຕ້ອນຮັບວັນ​ຊາດ. ພ້ອມ​ກັບ​ຖະ​ໜົນສາຍ​ຕ່າງໆ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ງາມ​ຕານັ້ນ, ມີ​ເຂດອື່ນໆກໍ່​ພວມ​​ຈັດ​ບັນ​ດາ​ເວ​ທີ​ສະ​ແດງ, ໃນ​ຫໍ​ພິ​ພິ​ຕະ​ພັນ, ເຂດ​ມໍ​ລະ​ດົກ ແລະ ບັນ​ດາ​ສະ​ຖານ​ທີ່​ວັດ​ທ​ະ​ນະ​ທຳ​ຂອງ​ນະ​ຄອນ​ຫຼວງ. ບັນ​ດາ​ລາຍ​ການ​ສິ​ລະ​ປະ​ບໍ່​ພຽງ​ແຕ່​ປະ​ກອບ​ສີ​ສັນ​ໃຫ້​ວັນ​ບ​ຸນ​ໃຫຍ່​ຕື່ມ​ອີກ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ເອົາ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ປະ​ເທດ​ຊາດ, ມະ​ນຸດ ແລະ ບັນ​ດາ​ຊຸມ​ເດືອນ​ປີ​ທີ່​ຜ່າ​ນ​​ໄປແລ້ວນັ້ນ ​ເຂົ້າ​ມາ​ໃກ້​ກັບ​ມະ​ຫາ​ຊົນ​ໃນ​ປະ​ຈຸ​ບັນ.

ໜຶ່ງ​ໃນ​ບັນ​ດາ​ເລື່ອງ​ລາວ​ທີ່​ໄດ້​ເລົ່າ​ຄືນ​ຕາມ​ວິ​ທີທີ່​ໃກ້​ຊິດນັ້ນ​ແມ່ນ “ຄາວ​ເຍົາ​ໄວທີ່ດຸເດືອດ”, ​ເຊິ່ງ​ໂຮງ​ລະ​ຄອນ ຕ໋ວຍແຈ໋ (ໄວ​ໜຸ່ມ)​ ສ້າງ​ເປັນ​ບົດ​ລະ​ຄອນ. ບົດ​ລ​ະ​ຄອນ​ໄດ້​​​ຫວນ​ຄືນ​​ສະ​ພາບ​ການ​ຢູ່ ເຫ້ວ ໃນ​ຊຸມ​ປີ​ຕໍ່​ສູ້​ຕ້ານ ຝ​ລັ່ງ, ​ໂດຍ​​ໄດ້​​ເລົ່າເລື່ອງ​​ກ່ຽວ​ກັບບັນ​ດາ​ເຍົາ​ວະ​ຊົນສັງກັດ​ກອງ​ເຍົ​າ​ວະ​ຊົນສອດ​ແນມ ກອງ​ພັນ​ໃຫຍ່ ເຈິ່ນ​ກາວ​ເວີນ. ເຖິງວ່າ​ດຳ​ລົງ​ຊີ​ວິດ​ໃນ​ທ່າມ​ກາງ​ຂອງ​ລະ​ເບີດ ແລະ ຄວາມ​ອັນ​ຕະ​ລາຍກໍ່​ຕາມ, ແຕ່​ບັນ​ດາ​ຜູ້ຄົນນັ້ນ​ຍັງ​ຮັກ​ສາ​ໄດ້ຄວາມໄຮ້ດຽງສາ​ຂອງ​ໄວ​ໜຸ່ມ, ຄວາມ​ຄາດ​ຫວັງ​ມີ​ອິດ​ສະ​ລະ​ພາບ ພ້ອມ​ກັບ​ນ້ຳ​ໃຈ​ຮັກ​ຊາດ​ທີ່​​ແຮງກ້າ. ຜ່ານ​ການ​ເດີນ​ທາງ​ຂອງ​ບັນ​ດາເດັກ​ຊາຍ, ເດັກ​ຍິງ​ປະ​ຕິ​ບັດ​ໜ້າ​ທີ່​ປະ​ຕ​ິ​ວັດ, ບົດລະ​ຄອນ​ໄດ້​ພັນ​ລະ​ນາ​ຮູບ​ພາບ​ລຸ້ນ​ໄວ​ໜຸ່ມ​ເຍົາ​ວະ​ຊົນ ຫວຽດ​ນາມ ກຽມພ້ອມ​ທີ່​ຈະ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ​ຂອງ​ຊາດ. ນັກ​ສິ​ລະ​ປິນ​ດີ​ເດັ່ນ ນາງ ແອັງ​ຕວຽດ, ແບ່ງ​ປັນ​ກ່ຽວ​ກັບ​ບົດ​ລະ​ຄອນ​​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ນີ້ບໍ່​ພຽງ​ແຕ່​ແມ່ນ​ບົດ​ລະ​ຄອນ​ສະ​ແດງ​ເພື່ອ​ພັນ​ລະ​ນາ​ຄືນ​ປະ​ຫວັດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​ຢາກ​ສ້າງ​ເປັນພື້ນທີ່ເວ​ທີ​ການສະ​ແດງ. ຢູ່ນັ້ນ, ໄດ້​ເຮັດໃຫ້ປະ​ຫວັດ​ສາດ​​ກັບ​ມາ​ມີຊີວິດໃໝ່​ຜ່ານ​ບັນ​ດາ​ຕົວ​ລະ​ຄອນ, ຜ່ານ​ຈິດ​ໃຈ ແລະ ຜ່ານ​ບັນດາການ​ຄັດ​ເລືອກ​ຕົ​ວ​ລະ​ຄອນ​ໜຸ່ມ​. ສິ່ງ​ພິ​ເສດ​ແມ່ນ ພວກ​ຂ້​າ​ພະ​ເຈົ້າ​ບໍ່​ຢາກ​​ເລົ່າ​ເລື່ອງສົງ​ຄາມ​ທີ່ມີ​ພຽງ​ແຕ່​ການ​ຕໍ່​ສູ້ ແລະ ການ​ເສຍ​ສະ​ຫຼະ​ຊີ​ວິດເທົ່າ​ນັ້ນ. ເບື້ອງ​ຫຼັງ​ສົງ​ຄາມ​ແມ່ນ​ບັນ​ດາ​ຜູ້​ຄົນ​ແທ້ໆ”.

ກໍ່​ໃນ​ບັນ​ຍາ​ກາດ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ, ສະ​ຫະ​ພັນກາຍ​ຍະ​ສິນ ຫວຽດ​ນາມ ໄດ້​ເລົ່າ​ເລື່ອງ​ລາວ​ປະ​ຫວັດ​ສາດ​ຜ່ານ​ລາຍ​ການ “ຫວຽດ​ນາມ ສະຫງ່າອົງອາດ”. ລາຍ​ການ​ໄດ້ເປີດໄລຍະ​ປະ​ຫວັດ​ສາດ​ນັບ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ ຮຸ່ງ, ຮູບ​ປັ້ນ ລາກ​ລອງກວັນ - ເອົາ​ເກີ, ຕະ​ຫຼອດ​ຮອດນ້ຳ​ໃຈອັນສະຫງ່າອົງອາດ ດົງ​ອາ ສະ​ໄໝ​ເຈົ້າ​ຊີວິດ ເຈິ່ນ ແລະ ພາບ​ພົດ​ຂອງ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ຕົງ​ຕວ່ານ​ທັງ, ຫົວ​ໜ້າ​ສະ​ຫ​ະ​ພັນ​ກາຍ​ຍະ​ສິນ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ສິ່ງ​ພິ​ເສດ​ທີ່​ສຸດ​ໃນ​ລາຍ​ການ​ແມ່ນ​ພາກ “ນ້ຳ​ໃຈ​ອັນສະຫງ່າອົງອາດດົງ​ອາ”, ເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ນຳ​ໃຊ້​ຊຸດ​ອາ​ພອນ​​ຂອງບັນ​ດານາຍ​ພົນ​ລາ​ຊະ​ວົງ​ສະ​ໄໝ ເຈົ້າ​ຊີວິດ ເຈິ່ນ. ເປັນ​​ຄັ້ງທຳ​ອິດ​ໃນ​ເວ​ທີ​ສະ​ແດງ​ກາຍ​ຍະ​ສິນ​ພວກ​ເຮົ​າ​​ສາ​ມາດໄດ້ເຫັນ​ບັນ​ດາ​ນາຍ​ພົນ​ຂີ່​ມ້າ, ນັກ​ຮົບ​ສະ​ໄໝ​ເຈົ້າ​ຊີວິດ ເຈິ່ນ ຝຶກຕີມ​ວຍ ແລະ ສະ​ແດງ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ຕົນ. ຜ່ານ​ພາ​ສາ​ເລົ່າ​ເລື່ອງ​ຂອງ​ກາຍ​ຍະ​ສິນ, ບັນ​ດາ​ນັກ​ສິ​ລະ​ປິນ​ໄດ້ມາ​ນະ​ພະ​ຍາ​ຍາມ​ສ​້າງ​ອາ​ລົມ​ຈິດ​, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ, ຄວາມ​ຮັກ​ປະ​ເທດ​ຊາດໃຫ້​ແກ່​ຜູ້​​ຊົມຫຼາຍກວ່າ​ອີກ”.

ເນື່ອງ​ໃນ​ໂອ​ກາດນີ້, ຫໍ​ພິ​ພິ​ຕະ​ພັນ​ແມ່​ຍິງ ຫວຽດ​ນາມ ກໍ່ໄດ້​ຈັດ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ຄວາມໄວໜຸ່ມ​ຈາກເສັ້ນ​ທາງ ເຈື່ອງ​ເຊີນ ໄປ​ຮອດ​ເສັ້ນ​ທາງເລກ 1C ແຫ່ງ​ເທບ​ນິ​ຍາຍ”, ໄດ້​ພາ​ມະ​ຫາ​ຊົນ​ກັບ​ຄືນ​ຊຸມ​ເດືອນ​ປີ​ສົງ​ຄາມ​ຕ້ານ ອາ​ເມ​ລິ​ກາ ຜ່ານ​ເລື່ອງ​ລາວກ່ຽວ​ກັບ​ລຸ້ນ​ຕ່າງໆ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດໃນ​ຄາວ​ຍັງ​ໜຸ່ມແໜ້ນ​ໃຫ້​ແກ່​ເອ​ກະ​ລາດ, ສັນ​ຕິ​ພາບ​ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ທ່ານ​ນາງ ຫງວຽນ​ທິ​ຕວຽດ, ຫົວ​ໜ້າ​ຫ​ໍ​ພິ​ພິ​ຕະ​ພັນ​ແມ່​ຍິງ ຫວຽດ​ນາມ, ແບ່ງ​ປັນ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຈັດງານ​ວາງ​ສະ​ແດງ​​ດ້ວຍ​ຄວາມປາດ​ຖະ​ໜາ​ຢາກ​ແຜ່​ກະ​ຈາຍ​ເຖິງ​ລຸ້ນ​ໜຸ່ມປະ​ຈຸ​ບັນ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ສືບ​ທອດ​ໃນ​ມື້ນີ້​ ກ່ຽວ​ກັບ​ສານ​ທີ່​ວ່າ ເຖິງວ່າ​ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ​ດົນ​ແລ້ວກໍ່​ຕາມ ແຕ່​ບັນ​ດາ​ຄວາມ​ຊົງ​ຈຳ​ນີ້​ແມ່ນ​ພວກ​ເຮົາ​ຕ້ອງ​​ຈື່​ຈຳ ແລະ ເຊີດ​​ຊູ. ບອກ​ເຕືອນ​ໃຫ້​ພວກ​ເຮົາ​ວ່າ ລຸ້ນ​ປະ​ຈຸບັນ​ຕ້ອງ​ສືບ​ທອດ​ຄື​ແນວ​ໃດ, ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ສ້າງ​ສາ​ປ​ະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ວັດ​ທະ​ນະ​ຖາ​ວອນກວ່າ”.

ພ້ອມ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ຕອນ​ຄ່ຳ​ວັນ​ທີ 02 ກັນ​ຍາ, ນະ​ຄອ​ນ ຮ່າ​ໂນ້ຍ ຈະ​ຈັດ​ການ​ຍິງບັ້ງ​ໄຟ​ດອກ​ຢູ່ 5 ຈຸດ, ປະ​ກອບ​ສ່ວນ​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ​ໃນ​ຊຸມມື້​ວັນ​ຊາດ. ໃນ​ຊຸມມື້ນີ້, ແສງ​ໄຟ​ຈາກ​ບັນ​ດາ​ເວ​ທີ​ສະ​ແດງ​ສິ​ລະ​ປະ, ບັນ​ດາ​ເຂດ​ວາງ​ສະ​ແດງ ແລະ ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຕ່າງໆ ບໍ່​ພຽ​ງ​ແຕ່ສ້າງ​ເປັນ​ງານ​ບຸນ​ທີ່​ມີ​ສີ​ສັນ​ຫຼາກ​ຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ເພື່ອ​ໃຫ້​ແຕ່​ລ​ະ​ຄົນ, ໂດຍ​ສະ​ເພາະ​ແມ່ນ​ລຸ້ນ​ໜຸ່ມມີ​ຄວາມ​​ເຂົ້າ​ໃຈ​ກ່ຽວ​ກັບສິ່ງທີ່ຄົນ​ລຸ້ນ​ກ່ອນໆ​ໄດ້​ຜ່ານ​ຜ່າ ແລະ ​ຍິ່ງເຄົາ​ລົບ​ຄຸນ​ຄ່າ​ຂອງ​ເອ​ກະ​ລາດ, ສັນ​ຕິ​ພາບ​ໃນ​ມື້ນີ້​ຫຼາຍກວ່າ​ອີກ./.