“ສະຖານີບໍລິການສາທາລະນະດີຈີຕອນ” ແມ່ນມາດຕະການນຳໜ້າໃນວິວັດການຫັນພື້ນຖານການບໍລິຫານເປັນທັນສະໄໝ, ໝູນໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຢີການລະບຸຕົວຕົນແບບອັດສະລິຍະທີ່ກ້າວໜ້າເພື່ອຫັນວິວັດການອອກສຳເນົາເອກະສານດີຈີຕອນ, ສ້າງກະເປົ໋າດີຈີຕອນເປັນອັດຕະໂນມັດ ແລະ ປະຕິບັດການບໍລິການສາທາລະນະແບບທາງໄກ. ດ້ວຍການໝູນໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຢີການລະບຸຕົວຕົນແບບອັດສະລິຍະ, ບັນດາອຸປະກອນອັດຕະໂນມັດນີ້ ຈະຊ່ວຍຫັນວິວັດການເປັນມາດຖານ, ຫຼຸດເວລາປະຕິບັດລະບຽບການແຕ່ 10 – 15 ນາທີລົງເຫຼືອ 3 – 5 ນາທີ. ລະບົບນີ້ປົກຄຸມຢ່າງຮອບດ້ານນັບແຕ່ບັນດາຕົວເມືອງໃຈກາງຄື ບັນດາເມືອງ: ດົງກິງ, ກີເລື່ອ, ຕາມແທັງ, ເລື່ອງວັນຈີ ຕະຫຼອດຮອດບັນດາຕາແສງຄື: ລົກບິ່ງ, ເທິດເຄ, ນາເຊິ່ມ, ບັກເຊີນ, ຈີລັງ ແລະ ຮຶວລຸ້ງ.
ເມຶ່ອປະຊາຊົນມາສະຖານນີສາມາດຢັ້ງຢືນຂໍ້ມູນ, ຮັບເອກະສານສະບັບສຳເນົາດີຈີຕອນທີ່ມີຜົນສັກສິດທາງນິຕິກຳ, ຊອກເບິ່ງວ່າເອກະສານດຳເນີນການຮອດຂັ້ນໃດ ໄດ້ຢ່າງງ່າຍດາຍ ແລະ ນຳໃຊ້ບັນດາການບໍລິການການເງິນ - ທະນາຄານທີ່ຈຳເປັນ, ຊຳລະແບບບໍ່ໃຊ້ເງິນສົດຢ່າງສະດວກ, ປອດໄພ. ເອື້ອຍ ຈູແທັງຮວ່ຽນ ປະຊາຊົນແຂວງລ້າງເຊີນ ກ່າວວ່າ:
ຂ້າພະເຈົ້າໄປຢັ້ງຢືນສຳເນົາບັດປະຈຳຕົວ ຢູ່ສະຖານີບໍລິການສາທາລະນະດີຈີຕອນ, ກໍ່ໄດ້ຮັບການແນະນຳເປັນຢ່າງດີ. ຂ້າພະເຈົ້າເຫັນການປະຕິບັດລະບຽບການຢ່າງວ່ອງໄວ ຍ້ອນວ່າ ອຸປະກອນນີ້ໄດ້ສະສົມບັນດາບົດບາດໜ້າທີ່ (function) ທີ່ທັນສະໄໝ. ຂ້າພະເຈົ້າປາດຖະໜາວ່າ ສະຖານີຈະໄດ້ທະວີຄູນເປັນວົງກວ້າງອອກສູ່ບັນດາຕາແສງເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນໄດ້ດີກວ່າອີກ.
ສະຖານີຍັງແມ່ນເຄື່ອງມືສ້າງໂຄງປະກອບຂອດຮັບເອົາເອກະສານຄືນໃໝ່, ສ້າງສາງຂໍ້ມູນທີ່ມີໂຄງປະກອບຮັບໃຊ້ການຄຸ້ມຄອງ, ສະຖິຕິ, ຕີລາຄາຄຸນນະພາບການແກ້ໄຂລະບຽບການບໍລິຫານ, ຊ່ວຍອົງການຄຸ້ມຄອງແຫ່ງລັດຫັນປ່ຽນຈາກການຮັບເອົາດ້ວຍມື ກາຍເປັນການຄວບຄຸມ ແລະ ປ່ຽນແປງເປັນດີຈີຕອນ. ທ່ານພັນເອກ ເຈິ່ນຮົ່ງຝູ, ຮອງຫົວໜ້າກົມຕຳຫຼວດຄຸ້ມຄອງການບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສັງຄົມ (ກະຊວງຕຳຫຼວດ ຫວຽດນາມ) ໃຫ້ຮູ້ວ່າ:
ບັນດາສະຖານີບໍລິການສາທາລະນະດີຈີຕອນ ໄດ້ອອກແບບຕາມທິດຖືປະຊາຊົນເປັນໃຈກາງ. ດັ່ງນັ້ນ, ໜ້າຈໍຕົວເຊື່ອມຕໍ່, ວິວັດການແມ່ນງ່າຍດາຍທີ່ສຸດ, ອາດສາມາດໜູນຊ່ວຍໃຫ້ແກ່ຜູ້ອາຍຸສູງ, ບັນດາຜູ້ຄົນທີ່ບໍ່ຄ່ອຍນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຫຼາຍ, ບັນດາຜູ້ມີຄວາມສ່ຽງສູງກວ່າ. ນີ້ກໍ່ແມ່ນເປົ້າໝາຍຂອງພວກຂ້າພະເຈົ້າ, ການບໍລິການດີຈີຕອນຈະປະສົບຜົນສຳເລັດຫຼືບໍ່ ແມ່ນຂຶ້ນກັບເລື່ອງສາມາດນຳໄປເຖິງປະຊາຊົນ ແລະ ປະຊາຊົນວິສາຫະກິດໄດ້ມີການຕອບສະໜອງ ແລະ ປະຕິບັດ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ປະຊາຊົນ. ໃນເວລາຈະມາເຖິງ, ຫົວໜ່ວຍສືບຕໍ່ປະສານສົມທົບກັບແຂວງ ລ້າງເຊີນ ກໍ່ຄືການຮ່ວມເດີນທາງຂອງບັນດາວິສາຫະກິດເພື່ອສືບຕໍ່ສ້າງບັນດາມາດຕະການໃຫ້ສົມບູນກວ່າອີກ, ເພີ່ມເຕີມບັນດາມາດຕະການກ່ຽວກັບການເງິນທະນາຄານ, ການສຶກສາ, ການແພດເພື່ອສ້າງບັນດາສະຖານີທີ່ມີຫຼາຍບົດບາດໜ້າທີ່ເພື່ອຮັບໃຊ້ປະຊາຊົນ”.
ການຜັນຂະຫຍາຍສະຖານີບໍລິການສາທາລະນະດີຈີຕອນຢູ່ແຂວງ ລ້າງເຊີນ ໄດ້ສ່ອງແສງການປ່ຽນແປງຢ່າງມີຄຸນນະພາບໃນວິທີການຄຸ້ມຄອງບໍລິຫານລັດຢູ່ຂັ້ນຮາກຖານ: ຈາກການຕົກເປັນທ່າຮັບໃນການແກ້ໄຂເອກະສານ ໄປສູ່ການເປັນເຈົ້າການສະໜອງສິ່ງອຳນວຍຄວາມສະດວກດ້ານດີຈີຕອນ. ເພື່ອໃຫ້ຮູບແບບນີ້ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ທາງແຂວງ ລ້າງເຊີນ ໄດ້ຮຽກຮ້ອງຂັ້ນຮາກຖານສືບຕໍ່ຫັນວິວັດການເປັນມາດຕະຖານ, ເພີ່ມທະວີການເຊື່ອມຕໍ່, ແບ່ງປັນຂໍ້ມູນ, ຄົ້ນຄ້ວາການເປີດກວ້າງການປະຕິບັດບັນດາລະບຽບການບໍລິຫານທີ່ອາດສາມາດປະຕິບັດໃນສະຖານີບໍລິການສາທາລະນະດີຈີຕອນ. ທ່ານ ດວ່ານແທັງເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ລ້າງເຊີນ, ເນັ້ນໜັກວ່າ:
“ການຫັນເປັນດີຈີຕອນໂດຍແຂວງ ລ້າງເຊີນ ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນທີ່ສຸດເພື່ອສ້າງການບຸກທະລຸໃນການພັດທະນາເສດຖະກິດ, ສັງຄົມ. ດ້ວຍຮູບແບບສະຖານີບໍລິການສາທາລະນະດີຈີຕອນ, ພວກຂ້າພະເຈົ້າກຳນົດນີ້ແມ່ນຮູບແບບທີ່ມີປະສິດທິຜົນ, ຫັນເປັນລະອຽດການປະຕິບັດມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ການຫັນເປັນດີຈີຕອນແຫ່ງຊາດຢູ່ຂັ້ນຮາກຖານ, ສ້າງເງື່ອນໄຂສະດວກທີ່ສຸດໃນການການປະຕິບັດລະບຽບການບໍລິຫານໃຫ້ຫຍັບເຂົ້າໃກ້ກັບປະຊາຊົນກວ່າ.
ສະຖານີບໍລິການສາທາລະນະດີຈີຕອນ ຢູ່ແຂວງ ລ້າງເຊີນ ບໍ່ພຽງແຕ່ແມ່ນມາດຕະການດີຈີຕອນທີ່ກ້າວໜ້າເທົ່ານັ້ນ, ຫາກຍັງແມ່ນໄມ້ຫຼາວັດແທກປະສິດທິຜົນໃນການຮັບໃຊ້ປະຊາຊົນຂອງລະບົບອຳນາດການປົກຄອງຂັ້ນຮາກຖານຢ່າງມີຊີວິດຊີວາ. ຮູບແບບນີ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ການຫັນເປັນດີຈີຕອນຢ່າງຮອບດ້ານຢູ່ແຂວງ ລ້າງເຊີນ.


.jpg)





