ວົງ​ການ​ເຈົ້າ​ໜ້າ​ທີ່​ອີ​ຣານ ປະ​ຕິ​ເສດ​ຂ່າວ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Masoud Pezeshkian ຍື່ນ​ສະ​ເໜີ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ​ ເຖິງ​ທ່ານ ​ຜູ້​ນຳ​ສູງ​ສຸດ Mojtaba Khamenei. ພ້ອມ​ທັງປະ​ເທດ​ນີ້​​ຢັ້ງ​ຢືນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ສິ້ນ​ສຸດ​ສົງ​ຄາມ​ຍັງ​ພວມ​ສືບ​ຕໍ່​ດຳ​ເນີນ. ຖະ​ແຫຼງ​ການ​ປະ​ຕິ​ເສດ​ຂ່າວ ດັ່ງ​ກ່າວ, ໂດຍ​ທ່ານ Elias Hazrati ປະ​ທານ​ສະ​ພາ​ຂ່າວ​ສານ ລັດ​ຖະ​ບານ ອີ​ຣານ ປະ​ກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 31 ພຶດ​ສະ​ພາ ໃນ​ບົດ​ຂຽນ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ X. ເຈົ້າ​ໜ້າ​ທີ່ ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ ຂ່າວ​ໂດຍ​ສື່ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ອອກ​ມາ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ, ເພື່ອ​ແນ​ໃສ່​ກົນ​ອຸ​ບາຍ​ແບ່ງ​ແຍກ ແລະ ກໍ່​ຄວາມວຸ້ນ​ວາຍ​ຢູ່ ອີຣານ.

ກ່ຽວ​ຂ້ອງ​ເຖິງວິ​ວັດ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ - ອີ​ຣານ, ຕອນ​ຄ່ຳ​ວັນ​ທີ 31 ພຶດ​ສະ​ພາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi ໄດ້​ຢັ້ງ​ຢືນ​ວ່າ ບັນ​ດາ​ການ​ຕິດ​ຕໍ​ພົວ​ພັນ ແລະ ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝ່າຍ ຍັງ​ດຳ​ເນີນ​ໄປ. ໃນ​ຂະ​ນະ​ນັ້ນ, ທ່ານ Mohammad Baqer Qalibaf ປະ​ທານ​ສະ​ພາ​ແຫ່ງ​ຊາດ ອີ​ຣານ ໄດ້​ປະ​ກາດ​ວ່າ ອີ​ຣານ ຈະ​ບໍ່​ຍອມ​ຮັບ​ບໍ່​ວ່າ​ຂໍ້​ຕົກ​ລົງ​ໃດ​ກັບ ອາ​ເມ​ລິ​ກາ, ຖ້າ​ມັນ​ບໍ່​ໄດ້​ຮັບ​ປະ​ກັນ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ອີ​ຣານ.