ວັນ​ທີ 31 ພຶດ​ສະ​ພາ, ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ (IAEA) ໄດ້​ຢັ້ງ​ຢືນ​ໂຮງ​ງານ​ໄຟ​ຟ້າ ນິວ​ເຄຼຍ Zaporizhzhia ປັດ​ຈຸ​ບັນ ໂດຍ​ລັດ​ເຊຍ​ຄວບ​ຄຸມ ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV). ຕາມ IAEA ແລ້ວ, ກຸ່ມ​ຊ່ຽວ​ຊານ​ຂອງ​ອົງ​ການ​ນີ້​ທີ່​ເຮັດ​ວຽກ​ຢູ່ ໂຮງ​ງານ​ໄດ້​ຢັ້ງ​ຢືນ​ວ່າ ໂຮງ​ງານ​ຖືກ​ເປ​ເພ​ສ່ວນ​ໜຶ່ງ​ຢູ່ນອກ​ຕຶກ​ອາ​ຄານ tua-bin ພາຍຫຼັງ​ເຫດ​ການ​ເກີດ​ຂຶ້ນ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ໂດຍ​ຜົນ​ກະ​ທົບ​ຂອງ UAV. ລັດ​ເຊຍ​ຖື​ວ່າ ຢູ​ແກຼນ ຢືນ​ຢູ່​​ເບື້ອງຫຼັງ​ຂອງ​ເຫດ​ບຸກ​ໂຈມ​ຕີ​ນີ້ ແຕ່ ຢູ​ແກຼນ ປະ​ຕິ​ເສດ​ຂໍ້​ກ່າວ​ຫາ. IAEA ໃຫ້​ຮູ້​ວ່າ​ລະ​ດັບ​ ແຜ່ກຳມັນຕະພາບລັງສີຢູ່​ໂຮງ​ງານ​ຍັງ​ຢູ່​ລະ​ດັບ​ປົກ​ກ​ະ​ຕິ ແລະ ຍັງ​ບໍ່​ທັນຢັ້ງ​ຢືນ​ຜົນ​ສະ​ທ້ອນ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອົງ​ການ​ນີ້​ສືບ​ຕໍ່​ຖືກ​ຕິດ​ຕາມ​ສະ​ພາບ​ການ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ສະ​ເໜີ​ໄດ້​ສຳ​ຜັດ​ກັບ​ເຂດ​ພາຍ​ໃນ​ຕຶກ​ອາ​ຄານ​ທີ່​ຖືກ​ຜົນ​ສະ​ທ້ອນ​ເພື່ອ​ຕີ​ລາ​ຄາ​ຕື່ມ​ອີກ. ໂຮງ​ງານ​ໄຟ​ຟ້າ​ນິ​ວ​ເຄຼຍ Zaporizhzhia ແມ່ນ​ຮາກ​ຖານ​ນິວ​ເຄຼຍ​ໃຫຍ່​ທີ່​ສຸດ​ຢູ່​ເອີ​ລົບ ດ້ວຍ 6​ກຸ່ມເຄືອ​ຂ່າຍຈັກ​​ໄຟຟ້າ ມີ​​ກຳ​ລັງ​ຜະ​ລິດ 1 Gigawatt.