ການ​ພິມ​ຈຳ​ໜ່າຍ​ແມ່ນ​ຂົງ​ເຂດ​ເຄື່ອນ​ໄຫວ​ແນວ​ຄິດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ, ພ້ອມ​ທັງ​ແມ່ນ​ຂົງ​ເຂດ​ປະ​ດິດ​ຄິດ​ສ້າງ, ໂຄ​ສະ​ນາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຈິດ​ໃຈ, ແມ່ນ​ພື້ນ​ຖານ​ໃນ​ການ​ເສີມ​ສ້າງ​ພູມ​ປັນ​ຍາ​ແຫ່ງ​ຊາດ ແລະ ກໍ່​ແມ່ນ​ເຄື່ອງ​ມື​ສ້າງ​ຄຸນ​ຄ່າ​ສັງ​ຄົມ, ນຳ​ພາ ແລະ ກຳ​ນົດ​ທິດ​ຄວາມ​ປາ​ນີດ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ຊາວ ຫວຽດ​ນາມ ຢ່າງ​ຮອບ​ດ້ານ, ທ່ານ ຮອງ​ສາດ​ສະ​ດາ​ຈານ ປອ ຟ້າມ​ມິງຕ໊ວນ ປະ​ທານ​ສະ​ມາ​ຄົມ​ພິມ​ຈຳ​ໜ່າຍ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່ ວານ​ລະ​ສານ​ຄູມ​ມູ​ນິດ ໃຫ້​ຮູ້​ວ່າ:

“ຂະ​ແໜງ​ພິມ​ຈຳ​ໜ່າຍ​​ມີບ​ົດ​ບາດ ແມ່ນ​ລະ​ບອບ​ແນວ​ຄິດ​ວັດ​ທະ​ນະ​ທຳ​ພິ​ເສດ​ສະ​ເພາະ ບໍ່​ພຽງ​ແຕ່​ຢືນ​ຢູ່​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ, ຮູບ​ແບບ​ການ​ເຄື່ອນ​ໄຫວ​ເທົ່າ​ນັ້​ນ ຫາກ​ຍັງ​ຕ້ອງຢັ້ງ​ຢືນຫຼາຍກວ່າ​ອີກ​ໃນ​ພາ​ລະ​ກຳ​ພັດ​ທະ​ນາ​ພູມ​ປັນ​ຍາ​ບຳ​ລຸງ​ສ້າງ​ມະ​ນຸດ ແລະ ປັບ​ປຸງ​ພື້​ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ​ອີກ​ດ້ວຍ”.

ຂະ​ແໜງ​ພິມ​ຈຳ​ໜ່າຍ​ ຫ​ວຽດ​ນາມ ພວມ​ຫັນ​ຂໍ້​ມູນ​​ທີ່​ດີ​ທີ່​ສຸດ, ເປີ​ດກວ້າງ​ຂົ​ງ​ເຂດ​ປະ​ດິດ​ຄິດ​ສ້າງ ແລະ ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ພູມ​ປັນ​ຍາ. ເພື່ອ​ໃຫ້​ຂະ​ແໜງ​ພິມ​ຈຳ​ໜ່າຍ​ຮັກ​ສາ​ບົດ​ບາດ​ເປັນ​ແກ່ນ​ສານ​ໃນ​ລະ​ບົບ​ນິ​ເວດ​ສ້າງ​ພູມ​ປັນ​ຍາ​ແຫ່ງ​ຊາດ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ແລະ ເສ​ດ​ຖະ​ກິດ​ດີ​ຈີ​ຕອນ. ທ່ານ ຮອງ​ສາດ​ສະ​ດາຈານ ປອ ລິວ​ວັນ​ກວາງ ຮອງ​ຫົວ​ໜ້າ​ສະ​ຖານ​ບັນ​ສື່ມວນ​ຊົນ ແລະ ໂຄ​ສະ​ນາ ຖື​ວ່າ:

“​ຄວນ​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິມ​ຈຳ​ໜ່າຍ ຕາມ​ທິດ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ທັນ​ສະ​ໄໝ. ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ເທື່ອ​ລະ​ກ້າວ, ນຳ​ໃຊ້​ຂໍ້​ມູນ​ໃຫຍ່ ແລະ ເຕັກ​ໂນ​ໂລ​ຢີ​ໃໝ່ ເຂົ້າ​ໃນ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ. ສ້າງ​ລະ​ບົບ​ພິມ​ຈຳ​ໜ່າຍຫຼາຍ​ຮູບຫຼາຍ​ແບບ, ນຳ​ໃຊ້ຫຼາຍ​ພາ​ຫະ​ນະ, ສ້າງ​ລະ​ບົບ​ມູນ​ຄ່າ, ເນື້ອ​ໃນ​ດີ​ຈີ​ຕອນ, ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ”.

ຂະ​ແໜງ​ພິມ​ຈຳ​ໜ່າຍ ຫວຽດ​ນາມ ພວມ​ວາງ​ເປົ້າ​ໝາຍ​ເຖິງ​ປີ 2030 ມີ​ສຳ​ນັກ​ພິມ​ຈຳ​ໜ່າຍ​ເອ​ເລັກ​ໂຕ​ນິກ 100%. ໝາຍ​ຄວາມ​ວ່າ ສຳ​ນັກ​ພິມ​ຈຳ​ໜ່າຍ​ທັງ​ໝົດ​ຈະ​ໝູນ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຮອບ​ດ້​ານ ຫັນ​ປ່ຽນ​ສູ່​ພື້ນ​ຖານ​ການ​ພິມ​ຈຳ​ໜ່າຍຫຼາຍ​ພາ​ຫະ​ນະ, ນຳ​ໃຊ້​ປັນ​ຍາ​ປະ​ດິດ ແລະ ຂໍ້​ມູນ​ໃຫຍ່. ທ່ານ​ນາງ ຫງວຽນ​ທິ​ໝີ​ລິງ ຮອງ​ຫົວ​ໜ້າ​ກົມ​ສື່ມວນ​ຊົນ, ການ​ພິມ​ຈຳ​ໜ່າຍ, ຄະ​ນະ​ໂຄ​ສະ​ນາ​ສຶກສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໃຫ້​ຮູ້​ວ່າ:

“ໃນ​ສະ​ເພາະໜ້າ, ພິ​ຈາ​ລະ​ນາ​ສ້າງ​ບາງ​ກຸ່ມ​ບໍ​ລິ​ສັດ​ພິມ​ຈຳ​ໜ່າຍ, ໂຄ​ສະ​ນາ​ສື​ສານ​ທີ່​ເປັນ​ແກ່ນ​ສານ. ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນີ້​ຈັດ​ຕັ້ງ​ຕາມ​ທິດ​ຮວບ​ຮວມ​ບັນ​ດາ​ຫົວ​ໜ່ວຍ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ຜະ​ລິດ ດ້ວຍຫຼາຍ​ຮູບ​ແບບ, ຫຼາຍ​ຜະ​ລິດ​ຕະ​ພັນ, ຈາກນັ້ນ​ນຳ​ເນື້ອ​ໃນ​ອອກ​ສູ່ຫຼາຍ​ແຟ​ຣດ​ຟອມ​ທີ່​ແຕກ​ຕ່າງ​ກັນ, ສ້າງ​ລະ​ບົບ​ນິ​ເວດ​ທາງ​ດ້ານ​ເນື້ອ​ໃນ ແລະ ມີ​ລັກ​ສະ​ນະ​ເຊື່ອມ​ຕໍ່​ແຜ່​ກະ​ຈາຍ​ສູງ. ເຖິງ​ປີ 2030 ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ຮ່ວມ​ມື​ສາ​ກົນ ໃນ​ຂົງ​ເຂດ​ພິມ​ຈຳ​ໜ່າຍກັບບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ວັດ​ທະ​ນະ​ທຳ​ທີ່​ມີ​​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໂລກ”.

ທ່ານ​ນາງ ຫງວຽ​ນ​ທິ​ໝີ​ລິງ ຮອງ​ຫົວ​ໜ້າ​ກົມ​ສື່ມວນ​ຊົນ, ພິມ​ຈຳ​ໜ່າຍ, ຄະ​ນະໂຄສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍປະ​ຊາ​ຊົນ​ສູນ​ກາງ ເນັ້​ນ​ໜັກ​ວ່າ: “ຕ້ອງ​ຖື​ການ​ພິມ​ຈຳ​ໜ່າຍ​ແມ່ນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເນື້ອ​ໃນ, ມີ​ຄວາມ​ສາ​ມາດ​ຜະ​ລິດ​ອອກ​ບັນ​ດາ​ມູນ​ຄ່າ​ເພີ່ມ​ສູງ. ແຕ່​ລະ​ຜະ​ລິດ​ຕະ​ພັນ​ພິມ​ຈຳ​ໜ່າຍ ບໍ່​ພຽງ​ແຕ່​ນຳ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ສາ​ມາດ​ກາຍ​ເປັນ​ຊັບ​ສິນ​ເສດ​ຖະ​ກິດ ຫຼື ຊັບ​ສິນ​ທາງ​ປັນ​ຍາ, ເຂົ້າ​ຮ່ວມ​ໃນ​ລະ​ບົບ​ມູນ​ຄ່າ​ຈາກ​ການ​ປະ​ດິດ​ຄິດ​ສ​້າງ​ດ້ານ​ເນື້ອ​ໃນ​ຕະຫຼອດ​ຮອດ​ໜ້າ​ທີ່​ວັດ​ທະ​ນະ​ທຳ ແລະ ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້​າໃນ​ການ​ເຕີບ​ໂຕ GDP ຂອງ​ປະ​ເທດ​ຊາດ”.

ຫວຽດ​ນາມ ພວມ​ມຸ່ງ​ໄປ​ສູ່​ການ​ສ້າງ​ພື້ນ​ຖານ​ກາ​ນ​ພິມ​ຈຳ​ໜ່າ​ຍທັນ​ສະ​ໄໝ, ວັດ​ທະ​ນະ​ທຳ​ມະ​ນຸດ, ​ເປັນ​ມື​ອາ​ຊີບ. ການ​ພິມ​ຈຳ​ໜ່າຍ​ໄດ້​ຮັບ​ກຳ​ນົດ ແມ່ນ​ຊ່ອງ​ທາງ​ທີ່​ສຳ​ຄັນ ເພື່ອ​ນຳ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ພູມ​ປັນ​ຍາ​ຢ່າງ​ເລິກ​ເຊິ່ງ ພ້ອມ​ທ​ັງ​ສ້າງ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ທົ່ວ​ໂລກ.