(VOVWORLD) - ໂດຍເຈືອຈານເຂົ້າກັບບັນດາທ້ອງຖິ່ນອື່ນໃນແຂວງ ເລິມດົ່ງ, ເຂດພິເສດ ຝູກຸຍ ພວມຮີບເຮັ່ງຜັນຂະຫຍາຍບັນດາວຽກງານກະກຽມເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໄປຢ່າງສຳເລັດຜົນ. ໃນຊຸມວັນນີ້, ຢູ່ເສັ້ນທາງສາຍຕ່າງໆຢູ່ເຂດພິເສດ ຝຸກຸຍ ລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ຄຳຂວັນ, ປ້າຍໂຄສະນາໃຫ້ແກ່ວັນເລືອກຕັ້ງ ທີ່ຈະດຳເນີນໃນວັນທີ 15 ມີນາ 2026.