(VOVWORLD) - ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ WB, ຄູ່ຮ່ວມມືພັດທະນາແຖວໜ້າ, ໄດ້ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນກະສິກຳ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ.